ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະເຫຼີມສະຫຼອງວັນສ້າງຕັ້ງ ກອງພັນ 433 ຄົບຮອບ 35 ປີ
ເວລາອອກຂ່າວ: 2022-05-13 09:13:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2861 | ຄວາມນິຍົມ:



ພິທີສະເຫຼີມສະຫຼອງວັນສ້າງ ຕັ້ງກອງພັນ 433 ຄົບຮອບ 35 ປີ ໄດ້ຈັດຂຶ້ນໃນວັນທີ 12 ພຶດສະ ພາ 2022 ນີ້, ໂດຍການເປັນປະ ທານຂອງສະຫາຍ ພົນຕີ ທອງ ວັນ ຈັນທະວົງ ກໍາມະການຄະນະ ພັກກະຊວງປ້ອງກັນປະເທດ ຫົວ ໜ້າກົມ 213, ມີຄະນະພັກ-ຄະ ນະກົມ, ພະນັກງານຫຼັກແຫຼ່ງ, ພະນັກງານບຳນານ,ຕະຫຼອດ ຮອດພະນັກງານ-ນັກຮົບພາຍ ໃນກົມກອງ ເຂົ້າຮ່ວມ. ສະຫາຍ ພັນໂທ ວີສອນ ບຸນ ສອງ ຫົວໜ້າການເມືອງກອງ ພັນ 433 ໄດ້ຍົກໃຫ້ເຫັນການ ກຳເນີດຂອງກອງພັນ 433 ໄດ້ ຮັບການສ້າງຕັ້ງຂຶ້ນໃນວັນທີ 7 ພຶດສະພາ 1987 ໂດຍແມ່ນ ສະ ຫາຍ ພົນຕີ ຈູມມາລີ ໄຊຍະສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດໃນເວລານັ້ນ ເປັນຜູ້ເຊັນອະນຸມັດສ້າງຕັ້ງກອງພັນ 433 ຂຶ້ນຢ່າງເປັນທາງການ, ເຊິ່ງກອງພັນ 433 ໄດ້ຮ່ວມເອົາ ບັນດາກອງຮ້ອຍສືບຂ່າວເຊັ່ນ: ກອງຮ້ອຍ 301, ກອງຮ້ອຍ 311 ແລະ ກອງຮ້ອຍ 304 ຮ່ວມເຂົ້າ ກັນ ແລ້ວສ້າງເປັນກອງພັນສືບ ຂ່າວຍຸດທະວິທີ 433 ຢ່າງເປັນ ທາງການຂຶ້ນກັບກົມ 49 ກົມ ໃຫຍ່ເສນາທິການກອງທັບ, ໃນ ເວລານັ້ນກົມກອງໄດ້ເອົາໃຈໃສ່ ເຄື່ອນໄຫວປະຕິບັດໜ້າທີ່ສູ້ຮົບ ສືບຂ່າວສົມທົບກັບເຫຼົ່າຮົບອື່ນໆ ເຄື່ອນໄຫວສູ້ຮົບ, ສືບຂ່າວເຮັດ ສຳເລັດໜ້າທີ່ຫຼາຍບັ້ນຮົບຜ່ານ ມາໄດ້ເຮັດໃຫ້ສັດຕູ ແລະ ກຸ່ມຄົນ ບໍ່ດີຖືກດັບສູນ, ນອກນັ້ນ, ຍັງໄດ້ ປະຕິບັດໜ້າທີ່ປ້ອງກັນງານບຸນ ສຳຄັນຕ່າງໆຂອງຊາດກອງປະ ຊຸມຂັ້ນຕ່າງໆ, ຮັບປະກັນເຮັດໃຫ້ ສະພາບມີຄວາມສະຫງົບ ແລະ ຫັນ ລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ, ປະ ກອບສ່ວນສໍາຄັນເຂົ້າໃນການ ປ້ອງກັນໄພ ພິບັດທາງທຳມະ ຊາດ ແລະ ຊ່ວຍເຫຼືອປະຊາຊົນ ໄດ້ເຮັດໃຫ້ກົມກອງກາຍເປັນກົມ ກອງທີ່ມີຄວາມໜັກແໜ້ນເຂັ້ມ ແຂງ. ມາຮອດໃນວັນທີ 6 ຕຸລາ 2003 ກະຊວງປ້ອງກັນປະເທດ ໄດ້ໂອນມອບກອງພັນ 433 ໄປ ຂຶ້ນກັບກົມ 213 ຢ່າງເປັນທາງ ການ ເຊິ່ງແມ່ນ ສະຫາຍ ຄຳວົງ ຊົມພູ ເປັນຜູ້ບັນຊາໂດຍພາຍໃຕ້ ການຊີ້ນຳ-ນຳພາຂອງ ກົມ 213 ແລະ ກະຊວງປ້ອງກັນປະເທດ, ນັບແຕ່ປີ 2003 ເປັນຕົ້ນມາການ ກຳເນີດເກີດຂຶ້ນຂອງກອງພັນ 433 ກໍໄດ້ກາຍເປັນເຫດການ ທາງດ້ານການເມືອງທີ່ສຳຄັນ ໃນປະຫວັດສາດຂອງກອງທັບ, ສ່ອງແສງໃຫ້ເຫັນການເຕີບ ໃຫຍ່ຂະຫຍາຍຕົວຂອງເຫຼົ່າຮົບ ສືບຂ່າວຂອງກອງທັບປະຊາ ຊົນລາວ ແລະ ການເປັນກຳລັງ ຫຼັກແຫຼ່ງ ໃນພາລະກິດປົກປັກ ຮັກສາໝາກຜົນຂອງການປະ ຕິວັດກໍຄືອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດເຮົາໄວ້ໃຫ້ໝັ້ນຄົງ ຈາກຜົນງານດັ່ງກ່າວພະນັກ ງານ-ນັກຮົບຫຼາຍສະຫາຍໄດ້ ຮັບການຍ້ອງຍໍຈາກພັກ-ລັດຖະ ບານ,ກະຊວງປ້ອງກັນປະເທດ ຢ່າງສົມກຽດ. ໂອກາດດຽວກັນນັ້ນ, ກໍໄດ້ຮັບ ຊົມການເດີນຂະບວນສວນສະ ໜາມຂອງກ້ອນ ກໍາລັງເຫຼົ່າຮົບ ສືບຂ່າວ, ຫັດກາຍມືເປົ່າ 16 ຈັງ ຫວະ, 38 ຈັງຫວະ ແລະ ຫັດກາຍ ມີມີດ 45 ຈັງຫວະ ພ້ອມນັ້ນ ຄະ ນະປະທານກໍໄດ້ລົງໄປຢ້ຽມຊົມ ຫໍມູນເຊື້ອຂອງກົມກອງເປັນ ການສະແດງໃຫ້ເຫັນເຖິງຜົນ ງານທີ່ກົມກອງຍາດມາໄດ້ໄລຍະ ຜ່ານມາ ຕື່ມອີກ. ໂດຍ: ນ. ນາລີ ທະວີພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ