ກອງທັບປະຊາຊົນລາວ

ວັນພຸດ, ວັນທີ 07 ມິຖຸນາ 2023



ທະຫານນະຄອນຫຼວງວຽງຈັນ ເປີດຊຸດອົບຮົມ ບໍາລຸງການທະຫານ ລະບົບ 6 ເດືອນ ຊຸດທີ I
ເວລາອອກຂ່າວ: 2022-05-13 09:10:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 588 | ຄວາມນິຍົມ:



ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ເປີດຊຸດ ອົບຮົມບໍາລຸງການທະຫານ ລະ ບົບ 6 ເດືອນ ຊຸດທີ I ສົກປີ 2021-2022 ໃນວັນທີ 10 ພຶດ ສະພາ 2022 ນີ້, ໂດຍການເປັນ ປະທານຂອງ ສະຫາຍ ພົນຈັດຕະ ວາ ໄພວັນ ຈັນທະພົມມາ ຫົວໜ້າ ການເມືອງກອງບັນຊາການທະ ຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາອົງ ການ, ພະແນກການທີ່ກ່ຽວຂ້ອງ, ພ້ອມດ້ວຍພະນັກງານຄູ-ອາ ຈານແລະນັກຮຽນບໍາລຸງການ ທະຫານ ຈຳນວນ 30 ສະຫາຍ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳຜາຍ ແກ້ວ ສັງວານ ຫົວໜ້າການທະຫານ ໂຮງຮຽນການທະຫານທ້ອງຖິ່ນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ການເປີດຊຸດອົບຮົມບໍາລຸງການ ທະຫານໃນຄັ້ງນີ້ກໍ່ເພື່ອແນໃສ່ກໍ່ ສ້າງນາຍທະຫານໃຫ້ມີຄວາມ ຮູ້ພື້ນຖານໃນການບັນຊາຂັ້ນ ຕົ້ນ, ກຳໄດ້ເນື້ອໃນທາງດ້ານສິ ລະປະຍຸດ-ຍຸດທະວິທີ ຂັ້ນພື້ນ ຖານຂອງທະຫານຮາບ ກໍຄືຫຼັກ ການບັນຊາຂັ້ນໝູ່, ຂັ້ນໝວດ, ເພື່ອນຳໄປຈັດຕັ້ງບັນຊາຢູ່ພາຍ ໃນກົມກອງຂອງຕົນໃຫ້ມີຄຸນນະ ພາບໃນການບັນຊາສູ້ຮົບ ແລະ ສູ້ຮົບມີໄຊ, ທັງເປັນການສ້າງໃຫ້ ພະນັກງານນາຍທະຫານມີຄຸນ ທາດການເມືອງໜັກແໜ້ນ, ມີ ຄວາມອົດທົນຜ່ານຜ່າທຸກຂໍ້ ຫຍຸ້ງຍາກ ແລະ ເຮັດສຳເລັດໜ້າ ທີ່ການເມືອງຂອງຕົນ ກໍຄືການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ສ່ວນກໍານົດເວລາໃນການຈັດ ຕັ້ງການຮຽນ-ການສອນແມ່ນ ລວມມີ 180 ວັນ,ຮຽນຕົວຈິງມີ 113 ວັນ ແລະ ເນື້ອໃນຫຼັກສູດ ການຮຽນມີ 3 ພາກຄື: ພາກລະ ບຽບ-ກິລາການທະຫານ ມີ 25 ວັນ, ພາກການເມືອງ-ພະລາທິ ການ ມີ 10 ວັນ,ພາກຄວາມຮູ້ພື້ນ ຖານການທະຫານ 77 ວັນ ແລະ ມີວັນຫັດແອບສັງລວມທ້າຍປີ 5 ວັນ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ໄພວັນ ຈັນທະພົມມາ ໄດ້ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນ ຊາ ທຸກຂັ້ນ ສຸມທຸກສະຕິປັນຍາ ເພື່ອຖ່າຍທອດຄວາມຮູ້-ຄວາມ ສາມາດເຂົ້າໃນການສິດສອນ, ອົບຮົມ-ຫັດແອບ ແລະ ພ້ອມທັງ ຮຽກຮ້ອງໃຫ້ນັກຮຽນບໍາລຸງ ການທະຫານໃນຊຸດນີ້ຈົ່ງພ້ອມ ກັນເອົາໃຈໃສ່ເຝິກຝົນຫຼໍ່ຫຼອມ ຕົນເອງໃນທຸກດ້ານເຂົ້າໃນການ ຄົ້ນຄວ້າສຶກສາຮຳ່ຮຽນຢ່າງ ຕັ້ງໜ້າໄປພ້ອມກັບການຈັດຕັ້ງ ປະຕິບັດຂໍ້ກຳນົດ, ກົດລະບຽບ ຂອງກອງທັບ ກໍຄື 7 ລະບອບ 18 ວຽກຢ່າງເຂັ້ມງວດ, ເອົາໃຈໃສ່ ອອກແຮງແຂ່ງຂັນກັນສ້າງຜົນ ງານໃຫ້ພົ້ນເດັ່ນ, ໄປຄຽງຄູ່ກັບ ການຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ ເພື່ອນໍາ ເອົາຄວາມຮູ້ດັ່ງກ່າວໄປພັດທະ ນາກົມກອງຂອງຕົນໃຫ້ເຕີບ ໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ