ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ການເມືອງກອງທັບປະກາດການຈັດຕັ້ງ ກອງໂທລະພາບ ແລະ ຫໍສະໝຸດກອງທັບ
ເວລາອອກຂ່າວ: 2022-05-12 08:50:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 379 | ຄວາມນິຍົມ:



ວັນທີ 11 ພຶດສະພາ 2022 ນີ້, ກົມໃຫ່ຍການເມືອງກອງທັບ ໄດ້ຈັດພິທີປະກາດການຈັດຕັ້ງ ກອງໂທລະພາບກອງທັບ ແລະ ຫໍສະໝຸດກອງທັບ ໂດຍການເປັນ ປະທານຂອງ ສະຫາຍ ພົນຕີ ສອນ ທອງ ພົມລາວົງ ກໍາມະການຄະ ນະປະຈໍາພັກກະຊວງປ້ອງກັນປະ ເທດ ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງ ການ, ພ້ອມດ້ວຍນາຍທະຫານທີ່ໄດ້ຮັບການແຕ່ງຕັ້ງເຂົ້າຮ່ວມ. ສະຫາຍ ພັນເອກ ວົງເພັດ ວົງສະຫວັນ ຮອງຫົວໜ້າກົມພະ ນັກງານ ກົມໃຫ່ຍການເມືອງ ກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການແຕ່ງຕັ້ງອໍານວຍ ການຫໍສະໝຸດກອງທັບ ແລະ ຫົວ ໜ້າການເມືອງ ກອງໂທລະພາບ ກອງທັບ ອີງຕາມກົດໝາຍນາຍ ທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 4 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງ ບູລະນະກົງຈັກການຈັດຕັ້ງຂັ້ນ ນໍາພາ-ບັນຊາ ໃນກຳລັງປະກອບ ອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນ ຮອບດ້ານ ເພື່ອເຮັດສໍາເລັດໜ້າ ທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ດັ່ງນັ້ນ, ກະຊວງປ້ອງກັນປະເທດ ຕົກລົງ: ແຕ່ງຕັ້ງ ພັນເອກ ວຽງ ທອງ ວິດພາວົງ ເປັນອໍານວຍຫໍ ສະໝຸດກອງທັບ ປ່ຽນແທນ ສະ ຫາຍ ພັນໂທ ພິມພາ ປັນຍາຮັກ ທີ່ພັກການເຂົ້າຮັບບໍານານ, ສະ ຫາຍ ພັນໂທ ບຸນເພັງ ພົມມະຈັນ ເປັນຫົວໜ້າການເມືອງກອງໂທ ລະພາບກອງທັບ ປ່ຽນແທນສະ ຫາຍ ພັນເອກ ວຽງທອງ ວິດພາ ວົງ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່ ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ໂອ້ລົມ ຕໍ່ນາຍທະຫານທີ່ໄດ້ຮັບການ ແຕ່ງຕັ້ງມອບໝາຍໜ້າທີ່ໃໝ່ ຈົ່ງ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມໜັກແໜ້ນທາງດ້ານ ການເມືອງ-ແນວຄິດ, ຊອກຮູ້ຮໍ່າ ຮຽນໃນດ້ານຕ່າງໆ ເພື່ອພັດທະ ນາຕົນເອງ ແລະ ກົມກອງ, ພ້ອມ ກັນນັ້ນກໍຕ້ອງເສີມຂະຫຍາຍຮັດ ແໜ້ນຄວາມສາມັກຄີພາຍໃນ ແລະ ນອກກົມກອງໃຫ້ດີ, ປັບປຸງ ແບບແຜນວິທີນຳພາ-ບັນຊາ ແລະ ແບບແຜນວິທີເຮັດວຽກໃຫ້ ສອດຄ່ອງຕາມໜ້າທີ່ການເມືອງ ຂອງກົມກອງ. ເພື່ອພ້ອມກັນ ເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງ ຂັ້ນເທິງມອບໝາຍໃຫ້. ໂດຍ: ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ