ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວຕກ ເປີດກອງປະຊຸມວຽກງານກວດກາ ພາຫະນະເຕັກນິກ-ຍຸດໂທປະກອນ
ເວລາອອກຂ່າວ: 2022-05-12 08:48:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 588 | ຄວາມນິຍົມ:



ວັນທີ 9 ພຶດສະພາ 2022 ນີ້ິ, ວິທະຍາຄານເຕັກນິກການ ທະ ຫານໄດ້ເປີດກອງປະຊຸມກວດ ກາວຽກງານພາຫະນະເຕັກນິກ ແລະອາວຸດຍຸດໂທປະກອນໂດຍ ການເປັນປະທານຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການ ຄະນະປະຈໍາພັກກະ ຊວງ ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ ຫົວໜ້າໜ່ວຍສະເພາະກິດກວດກາວຽກງານພາ ຫະນະ ເຕັກນິກຂັ້ນກະຊວງ, ມີ ຄະນະພັກ ຄະນະອຳນວຍການ, ອະນຸກຳມະການກວດກາ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ວຽງຄຳຫຼ້າ ແພງປັນຍາ ຮອງອຳນວຍການ ຫົວໜ້າຫ້ອງເຕັກນິກຂຶ້ນຜ່ານບົດ ສະຫຼຸບວຽກງານກວດກາເຕັກ ນິກ.ໂດຍໄດ້ຍົກໃຫ້ເຫັນຫຼາຍບັນ ຫາສຳຄັນຄືການປົກປັກຮັກສາ ພະຫະນະເຕັກນິກ-ອາວຸດຍຸດໂທ ປະກອນທີ່ຂັ້ນເທິງປະກອບໃຫ້ໃນ ໄລຍະຜ່ານມາແລະໄດ້ບົວລະບັດ ຜັດເຊັດກວດກາເປັນປົກກະຕິ ຕາມແຜນການ, ໃນນີ້ໄດ້ຮັບການ ປະກອບລົດໂອໂຕທົ່ວ ວຕກ ຈຳນວນ 31 ຄັນ, ໄດ້ຮັບອາວຸດກະ ສຸນຕົວຈິງ ມີ 64 ຊະນິດ ຈຳນວນ 344 ກະບອກ, ປະເພດຂັ້ນ I ມີ 45 ກະບອກຂັ້ນ II ມີ105 ກະບອກ ຂັ້ນ III ມີ 169 ກະບອກ ແລະ ຂັ້ນ IV ມີ 25 ກະບອກ. ລູກກະສຸນ ມີ 36 ຊະນິດ ມີ 19,295 ລູກ ຂັ້ນ I ມີ 4021 ລູກ, ຂັ້ນ II ມີ 15,070 ລູກຂັ້ນ III ມີ 204 ລູກ. ທາດລະ ເບີດມີ 9 ຊະນິດ ຈໍານວນ 184 ໜ່ວຍຂັ້ນ II ມີ 10 ໜ່ວຍ ຂັ້ນ III ມີ 174 ໜ່ວຍ, ແສງສາດ 32 ຊະ ນິດ,ຈໍານວນ 506 ເຄື່ອງ, ເຄື່ອງ ກຸ່ມສອງ ມີ 62 ຊະນິດ ຈໍານວນ 988 ຫົວໜ່ວຍ. ໂອກາດດັ່ງກ່າວ, ສະຫາຍ ພົນ ຕີ ວໍລະສານ ວິລັດດາວົງ ຍັງ ໄດ້ ລົງກວດກາຕົວຈິງຕາມຂອບ ເຂດຂອງ ວຕກ ຮັບຜິດຊອບເປັນ ຕົ້ນແມ່ນ ສາງເກັບເຄື່ອງ, ກະລາ ລົດ ແລະ ຫ້ອງຮຽນທຸກຊັ້ນຮຽນ ອີກດ້ວຍ. ໂດຍ: ຄຳຜີວ ພັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ