ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫຼາຍພາກສ່ວນເຂົ້າອວຍພອນຫ້ອງການສະຫະພັນແມ່ຍິງ ກປທ
ເວລາອອກຂ່າວ: 2019-01-29 10:18:12 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



v ກາງເດືອນ ມັງກອນ 2019 ນີ້, ພັນໂທ ນາງ ໄພວອນ ອິນທະ ບຸດ ຫົວໜ້າຫ້ອງການສະຫະພັນ ແມ່ຍິງກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະໄດ້ຕ້ອນຮັບການ ເຂົ້າອວຍພອນຂອງພາກສ່ວນ ຕ່າງໆ ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບ ຄົບຮອບ 70 ປີ ໃນ ນັ້ນມີ ທ່ານ ນາງ ດຣ ຜາສຸກ ວົງວິ ຈິດ ຮອງປະທານສະຫະພັນແມ່ ຍິງກະຊວງ ສາທາລະນະສຸກ ພ້ອມດ້ວຍຄະນະ, ທ່ານ ນາງ ບົວ ຄຳ ດາວສະຫວັນ ຄະນະພັກ ກະ ຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄະນະ, ທ່ານນາງ ຄຳ ຢາດ ວິໄລວັນ ຮອງປະທານ ຄະ ນະບໍລິຫານສະຫະພັນແມ່ຍິງກະ ຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ, ທ່ານ ນາງ ບຸນ ທຽນ ວົງໄກສອນ ປະທານຄະນະ ບໍລິຫານງານສະຫະພັນແມ່ຍິງກະ ຊວງກະສິກຳ ແລະ ປ່າໄມ້ ຮອງ ຫົວໜ້າຫ້ອງການກະຊວງກະສິ ກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ເຊິ່ງແຕ່ລະພາກສ່ວນດັ່ງກ່າວ ແມ່ນໄດ້ພ້ອມກັນນຳເອົາກະຕ່າ ດອກໄມ້, ກະຕ່າຂອງຂວັນ ແລະ ຄຳອວຍພອນອັນປະເສີດມາມອບ ແລະ ອວຍພອນຄະນະນຳ, ຫ້ອງ ການສະຫະພັນແມ່ຍິງກອງທັບຕະ ຫຼອດຮອດພະນັກງານ-ນັກຮົບ ໃນທົ່ວກອງທັບຈົ່ງມີສຸຂະພາບ ເຂັ້ມແຂງພ້ອມເຮັດສຳເລັດໜ້າທີ່ ວຽກງານຕາມທີ່ພັກ-ລັດມອບ ໝາຍໃຫ້ດ້ວຍໝາກຜົນສູງ. ໂອກາດນີ້ ພັນໂທ ນາງໄພວອນ ອິນທະບຸດ ໄດ້ສະແດງຄວາມ ຂອບໃຈພາກສ່ວນດັ່ງກ່າວທີ່ເຫັນ ໄດ້ຄວາມສຳຄັນຂອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຈຶ່ງໄດ້ ພ້ອມກັນເຂົ້າມາອວຍພອນໃນຄັ້ງ ນີ້ ພ້ອມທັງໄດ້ອວຍພອນແຕ່ລະ ພາກສ່ວນຈົ່ງພ້ອມກັນເຮັດສຳ ເລັດໜ້າທີ່ວຽກງານທີ່ໄດ້ຮັບ ການມອບໝາຍເຊັ່ນດຽວກັນ. ໃນວັນດຽວກັນ, ສາມອົງການ ຈັດຕັ້ງມະຫາຊົນຂອງສະພາແຫ່ງ ຊາດ ເຊິ່ງນຳໂດຍທ່ານ ນາງ ມະ ນີຈັນ ເຢຍປາວເຮີ ຮອງປະທານ ກຳມາທິການວັດທະນະທຳ-ສັງ ຄົມກໍໄດ້ນຳເອົາກະຕ່າດອກໄມ້ ແລະ ວັດຖຸປັດໄຈຈຳນວນໜຶ່ງ ເຂົ້າອວຍພອນສາມອົງການຈັດ ຕັ້ງມະຫາຊົນຂອງກະຊວງປ້ອງ ກັນປະເທດເຊັ່ນດຽວກັນໃຫ້ກຽດ ຕ້ອນຮັບໂດຍທ່ານ ພັນເອກ ບົວ ຄຳ ຄູນມີສຸກ ຫົວໜ້າຫ້ອງການ ກຳມະບານກະຊວງປ້ອງກັນປະ ເທດ ພ້ອມດ້ວຍຄະນະ 3 ອົງການ ຈັດຕັ້ງມະຫາຊົນເຂົ້າຮ່ວມ. ໂດຍ: ນາງ ຍັນສະດາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ