ກອງພົົນທີ 3 ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີຢ່າງຄຶກຄື້ນ
ເວລາອອກຂ່າວ: 2019-01-29 10:10:59 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 239838823 | ຄວາມນິຍົມ:
ງານສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ ຂອງກອງພົນທີ 3 ໄດ້ຈັດຂຶ້ນຢ່າງຄຶກຄື້ນມ່ວນຊື່ນ ໃນວັນທີ 25 ມັງກອນ 2019 ນີ້, ຢູ່ທີ່ສະໜາມກີລາຂອງກອງດັ່ງ ກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ບຸນທອງ ຈິດມະນີ ກຳ ມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ, ປະ ທານຄະນະກວດກາສູນກາງພັກ ແລະ ອົງການກວດສອບລັດຖະ ບານ, ທ່ານ ປອ ຄຳພັນ ເຜີຍຍະ ວົງ ກຳມະການສູນກາງພັກ, ເລ ຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ, ທ່ານ ພົນຕີ ຈັນທອງ ສອນ ຕະອາດ ກຳມະການຄະນະພັກ ກະຊວງ, ຮອງຫົວໜ້າກົມໃຫຍ່ເສ ນາທິການກອງທັບ, ຕາງໜ້າຄະ ນະນຳກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ຮວ່າງງອກ ຢຸ່ງ ຮອງຫົວໜ້າກອງບັນຊາການ ທະຫານເຂດ 2 ກອງທັບປະຊາ ຊົນຫວຽດນາມ, ມີຄະນະນຳຈາກ ແຂວງຜົ້ງສາລີ, ຫຼວງນໍ້າທາ, ບໍ່ ແກ້ວ, ອຸດົມໄຊ, ການນຳເມືອງ ຮຸນ ແລະ ອະດີດຄະນະພັກ-ຄະ ນະບັນຊາການກອງພົນທີ 3, ຕະ ຫຼອດຮອດພະນັກງານ-ນັກຮົບ ອົງການກົມກອງເຂົ້າຮ່ວມຢ່າງ ຄຶກຄື້ນ.
ໃນງານໂຮມຊຸມນຸມ ທ່ານ ພົນ ຈັດຕະວາ ບຸນເຈື້ອ ຕຽນແສງ ດາວ ກຳມະການຄະນະພັກກະ ຊວງປ້ອງກັນປະເທດ, ເລຂາຄະ ນະພັກ, ຫົວໜ້າການເມືອງກອງ ພົນທີ 3 ໄດ້ກ່າວປາໄສຫວນຄືນ ປະຫວັດສາດມູນເຊື້ອຂອງກອງ ທັບ 70 ປີຜ່ານມາ.
ໃນໂອກາດດັ່ງກ່າວ, ທ່ານ ປອ ບຸນທອງ ຈິດມະນີ ໄດ້ມີຄຳເຫັນ ຕໍ່ນາຍ ແລະ ພົນທະຫານ ແລະ ຝາກຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງ, ຄວາມ ເຊື່ອໝັ້ນມາຍັງຄະນະພັກ-ຄະນະ ບັນຊາ, ພະນັກງານ-ນັກຮົບກອງ ພົນທີ 3 ທຸກຄົນຈົ່ງອອກແຮງສຸມ ທຸກຄວາມສາມາດຮັບປະກັນ ຄວາມໝັ້ນຄົງຂອງຊາດ, ສະ ຖຽນລະພາບຂອງປະເທດຊາດ, ເພື່ອບັນລຸໝາກຜົນນັ້ນ ເຮົາຕ້ອງ ຍົກສູງສະຕິລະວັງຕົວ, ປົກປັກ ຮັກສາໝາກຜົນຂອງການປະຕິ ວັດ ແລະ ປົກປັກຮັກສາລະບອບ ໃໝ່ຂອງພັກເຮົາໄວ້ໄດ້ຢ່າງໝັ້ນ ຄົງ.
ໂອກາດດັ່ງກ່າວ ຍັງໄດ້ປະດັບ ຫຼຽນໄຊອິດສະຫຼະຊັ້ນ II ໃຫ້ກົມ ກອງລວມໝູ່ຈຳນວນ 1 ໜ່ວຍ, ບຸກຄົນອີກ 3 ສະຫາຍ, ຫຼຽນໄຊ ແຮງງານຊັ້ນ II, ຊັ້ນ III, ຫຼຽນໄຊ ພິລາດອາດຫານຊັ້ນ II, ຊັ້ນ III, ຫຼຽນກາປະເພດຕ່າງໆ ແລະ ໃບ ຍ້ອງຍໍຂັ້ນຕ່າງໆໃຫ້ບຸກຄົນ ແລະ ລວມໝູ່ເປັນຈຳນວນຫຼາຍ.
ຈາກນັ້ນຜູ້ເຂົ້າຮ່ວມງານຍັງ ໄດ້ຊົມບັນດາກ້ອນກຳລັງສວນ ສະໜາມຂອງແຕ່ລະເຫຼົ່າຮົບ ເຊິ່ງ ມີຈຳນວນ 11 ກ້ອນ ແລະ ສິ່ງທີ່ ສ້າງຄວາມສົນໃຈ ແລະ ຕື່ນເຕັ້ນ ໃຫ້ມວນຊົນແມ່ນການໂດດຈ້ອງ ຂອງທະຫານໂດດຈ້ອງກອງພັນ ໃຫຍ່ 703 ແລະ ໃນຕອນຄໍ່າໄດ້ ມີການຈັດງານລ້ຽງ ແລະ ຍິງບັ້ງ ໄຟດອກຢ່າງຕື່ນເຕັ້ນສວຍງາມ.
ໃນໂອກາດຢ້ຽມຢາມກອງພົນ ທີ 3, ທ່ານ ປອ ບຸນທອງ ຈິດມະ ນີ ຍັງໄດ້ລົງຢ້ຽມຢາມໂຮງໝໍ ກອງພົນ ໄດ້ມອບອຸປະກອນກີ ລາ, ຕູ້ເຢັນ ພ້ອມເງິນສົດ ຈຳນວນ 60.000.000 ກີບ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ