ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ທ່ານ ຄຳໄຕ ສີພັນດອນ ໂອ້ລົມຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງແຂວງໄຊຍະບູລີ
ເວລາອອກຂ່າວ: 2019-01-29 10:08:42 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 239838807 | ຄວາມນິຍົມ:



ໃນວັນທີ 25 ມັງກອນ ປີນີ້ ທ່ານ ຄໍາໄຕ ສີພັນດອນ ອະດີດ ປະທານພັກ, ອະດີດປະທານປະ ເທດ ແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະ ບູລີ, ໃຫ້ການຕ້ອນຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະ ການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງໆໄຊຍະບູລີ ພ້ອມດ້ວຍບັນດາການນໍາທຸກ ຂັ້ນທົ່ວແຂວງໃຫ້ການຕ້ອນຮັບ ຢ່າງອົບອຸ່ນ. ໂອກາດທີ່ ທ່ານ ຄໍາໄຕ ສີພັນ ດອນ ໄດ້ຢ້ຽມຢາມ ແລະ ເຮັດ ວຽກຢູ່ແຂວງໄຊຍະບູລີຄັ້ງນີ້ ທ່ານໄດ້ໂອ້ລົມຕໍ່ການນໍາ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ, ກ່ອນອື່ນທ່ານໄດ້ຍົກໃຫ້ເຫັນສະ ພາບແວດລ້ອມຂອງສາກົນ, ບັນດາປັດໄຈຂອງການກ້າວ ຂຶ້ນເປັນສັງຄົມນິຍົມ ແລະ ບັນຫາພົ້ນເດັ່ນຢູ່ ສປປ ລາວ, ເປັນຕົ້ນແມ່ນການຮັກສາບົດບາດ ການນໍາພາຂອງພັກ ແລະ ຕໍ່ ອົງການອໍານາດລັດປະຊາທິປະ ໄຕປະຊາຊົນ, ເປັນເຈົ້າການກໍາ ນົດ ແນວທາງ, ແຜນນະໂຍບາຍ ຕ່າງໆທາງດ້ານການເມືອງ, ການພັດທະນາເສດຖະກິດ-ສັງ ຄົມ ແລະ ການຂະຫຍາຍກໍາລັງ ການຜະລິດດ້ວຍການຂຸດຄົ້ນ ກໍາລັງແຮງບົ່ມຊ້ອນຂອງປະເທດ ຊາດ, ສົມທົບກັບກໍາລັງແຮງດ້ານ ທຶນຮອນເຕັກນິກ-ເຕັກໂນໂລຊີ ແລະ ຕະຫຼາດພາຍນອກ, ເຮັດ ໃຫ້ຊີວິດການເປັນຢູ່ຂອງປະຊາ ຊົນ ດ້ານວັດຖຸ ແລະ ວັດທະນະທໍາ ນັບມື້ດີຂຶ້ນເປັນກ້າວໆ, ພ້ອມ ດຽວກັນ ທ່ານ ຍັງໄດ້ຮຽກຮ້ອງ ໃຫ້ການນໍາຂອງແຂວງທຸກພາກ ສ່ວນຈົ່ງສືບຕໍ່ເສີມຂະຫຍາຍ ສິດເປັນເຈົ້າຂອງປະຊາຊົນ, ຂຸດ ຄົ້ນກໍາລັງແຮງເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ, ຮັກສາໄດ້ເຂດນໍ້າແດນດິນ, ຮັກສາໃຫ້ໄດ້ຄວາມສະຫງົບ ແລະ ສືບຕໍ່ຮັກສາການພົວພັນ ຮ່ວມມືຮອບດ້ານແບບພິເສດກັບ ສສ ຫວຽດນາມ, ເປັນຄູ່ຮ່ວມ ຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານກັບ ສປ ຈີນ, ພົວພັນຮ່ວມມືຢ່າງເປັນປົກກະ ຕິກັບເພື່ອນມິດຍຸດທະສາດ ແລະ ປະເທດອື່ນໆ, ພ້ອມກັນຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ ທໍ້ໃນສັງຄົມ ແລະ ການສໍ້ລາດບັງ ຫຼວງໃຫ້ໝົດໄປຈາກສັງຄົມ, ເອົາໃຈໃສ່ສຶກສາອົບຮົມ ແລະ ຍົກລະດັບຄວາມຮູ້, ຄວາມເຂົ້າໃຈ ໃຫ້ແກ່ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ກ່ຽວກັບການສ້າງບັນດາປະ ຖົມປັດໄຈສັງຄົມນິຍົມແຕ່ຮາກ ຖານຂຶ້ນມາ, ເອົາໃຈໃສ່ປັບປຸງ ໜ່ວຍພັກໃຫ້ກາຍເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນ ແລະ ບັນຫາອື່ນໆ. ໂດຍ: ອຸ່ນເຮືອນ ໂພທິລັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ