ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ແຂວງຄຳມ່ວນ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-29 09:51:08 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 676 | ຄວາມນິຍົມ:



ໃນຕອນເຊົ້າວັນທີ 23 ມັງ ກອນ 2019 ນີ້, ຢູ່ເດີ່ນກີລາຂອງ ແຂວງຄຳມ່ວນ ໄດ້ຈັດງານໂຮມ ຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີຢ່າງຄຶກຄື້ນຍິ່ງ ໃຫຍ່, ໂດຍມີບັນດາການນຳພັກ- ລັດຂອງແຂວງ ນຳໂດຍ ສະຫາຍ ໂອໃດ ສຸດາພອນ ກຳມະການສູນ ກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງ, ເຈົ້າແຂວງໆຄຳ ມ່ວນ, ທ່ານ ພົນຕີ ຄຳຫຼ້າ ພັນ ໄຊຍະສຸກ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າ ການເມືອງວິທະຍາຄານປ້ອງກັນ ຊາດ ໄກສອນ ພົມວິຫານ,​ ຕາງ ໜ້າຄະນະນຳກະຊວງປ້ອງກັນປະ ເທດ, ທ່ານ ພົນຈັດຕະວາ ສົມ ແຄນ ອັບປະສອນ ກຳມະການຄະ ນະປະຈຳພັກແຂວງ, ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງຄຳມ່ວນ, ມີບັນດາຜູ້ແທນ ຕາງໜ້າຈາກກອງບັນຊາການ ທະຫານແຂວງບໍລິຄຳໄຊ, ແຂວງ ສະຫວັນນະເຂດ, ກົງສູນໃຫຍ່ ສສ ຫວຽດນາມ ປະຈຳແຂວງ ສະຫວັນນະເຂດ ຜູ້ແທນຕາງໜ້າ ກອງບັນຊາການທະຫານຊາຍ ແດນແຂວງກວາງບິ່ງ-ແຂວງຮ່າ ຕິງ ສສ ຫວຽດນາມ, ຕະຫຼອດ ເຖິງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກ ງານລັດຖະກອນ, ນັກຮຽນຮູ້, ນັກສຶກສາປັນຍາຊົນ, ນັກທຸລະ ກິດ, ບັນດາການຈັດຕັ້ງສະມາ ຄົມ ຕາງໜ້າໃຫ້ປະຊາຊົນບັນດາ ເຜົ່າຊາວແຂວງຄຳມ່ວນເຂົ້າ ຮ່ວມຢ່າງຫຼວງຫຼາຍ. ໃນງານ ໂຮມຊຸມນຸມສະເຫຼີມສະຫຼອງທີ່ມີ ຄວາມສຳຄັນທາງປະຫວັດສາດ ນີ້, ສະຫາຍ ໂອໃດ ສຸດາພອນ ກຳ ມະການສູນກາງພັກ, ເລຂາຄະນະ ບໍລິຫານງານພັກແຂວງ, ເຈົ້າ ແຂວງໆຄຳມ່ວນ ໄດ້ຂຶ້ນກ່າວປາ ໄສໂດຍໄດ້ຫວນຄືນປະຫວັດ ຄວາມເປັນມາຂອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ເຊິ່ງພາຍ ຫຼັງໄດ້ຮັບການສ້າງຕັ້ງຂຶ້ນກອງ ທັບເຮົາກໍໄດ້ຮັບການຜະເຊີນໜ້າ ກັບສັດຕູທີ່ຮ້າຍກາດມີກຳລັງ ແຮງເໜືອກວ່າທັງກຳລັງພົນ ແລະ ອາວຸດຍຸດໂທປະກອນ ແຕ່ ດ້ວຍນໍ້າໃຈຮັກຊາດອັນສູງສົ່ງພິ ລາດອາດຫານບໍ່ຍອມຈຳນົນ ກອງທັບເຮົາໄດ້ເດັດດ່ຽວອາດ ຫານກ້າວຂຶ້ນສູ້ຮົບຕີເອົາໄຊຊະ ນະສັດຕູເປັນກ້າວໆມາດ້ວຍ ຄວາມເຂັ້ມແຂງຈົນສາມາດປົດ ປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວໃນ ປີ 1975 ຢ່າງສະຫງ່າຜ່າເຜີຍ, ກອງທັບເຮົາໄດ້ສ້າງວີລະກຳອັນ ລໍ້າເລີດປະດັບໄວ້ໃນໜ້າປື້ມຄຳ ປະຫວັດສາດຂອງຊາດລາວຢ່າງ ສົມກຽດ. ດັ່ງຄຳສັນລະເສີນຈາກ ພັກ-ລັດວ່າ: 'ກອງທັບເຮົາເວລາ ໃດ ກໍໄດ້ນຳໜ້າໃນທຸກວຽກງານ, ເດັດດ່ຽວໜຽວແໜ້ນຜ່ານຜ່າອຸ ປະສັກ ສຳເລັດທຸກໜ້າທີ່ຕີເອົາ ຊະນະສັດຕູ, ເປັນກຳລັງແກ່ນ ສານທີ່ເຂັ້ມແຂງຂອງການປະຕິ ວັດ ແລະ ເປັນເຄື່ອງມືອັນແຫຼມ ຄົມຂອງພັກ'. ໂດຍ: ແກ້ວອຸດອນ ຖົງບຸນທີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ