ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການນຳກອງບັນຊາການປ້ອງກັນຄວາມສະຫງົບແຂວງ ເຂົາອວຍພອນກອງບັນຊາການທະຫານແຂວງຈຳປາສັກ
ເວລາອອກຂ່າວ: 2019-01-28 09:49:10 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ການນໍາກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ ຈຳປາສັກ ນໍາໂດຍພັນໂທ ສີວິ ໄລ ແກ້ວປະເສີດ ຮອງຫົວໜ້າ ກອງບັນຊາການປ້ອງກັນ ຄວາມສະຫງົບແຂວງ ພ້ອມຄະ ນະໄດ້ນໍາເອົາກະຕ່າຂອງຂວັນ ເຂົ້າອວຍພອນຄະນະພັກ-ຄະ ນະບັນຊາທະຫານແຂວງຈໍາປາ ສັກ ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ ຕາງໜ້າຄະນະພັກ -ຄະນະບັນຊາກອງບັນຊາການ ທະຫານແຂວງກ່າວຮັບໂດຍ ພັນໂທ ອະນຸສອນ ອຸທະໄກສອນ ຫົວໜ້າຫ້ອງເຕັກນິກກອງບັນຊາ ການທະຫານແຂວງຈໍາປາສັກ ພ້ອມຄະນະ, ເຊິ່ງພິທີຕ້ອນຮັບ ໄດ້ຈັດຂຶ້ນທີ່ຫ້ອງຮັບແຂກຂອງ ກົມກອງໃນຕອນເຊົ້າຂອງວັນທີ 23 ມັງກອນ 2019 ນີ້. ໂອກາດນີ້ ພັນໂທ ສີວິໄລ ແກ້ວປະເສີດ ໄດ້ຕາງໜ້າຄະນະ ກ່າວຄໍາອວຍພອນໄຊອັນປະ ເສີດແກ່ຄະນະພັກ-ຄະນະບັນຊາ ຕະຫລອດຮອດພະນັກງານ-ນັກ ຮົບທຸກທົ່ວໜ້າ ໃນກອງບັນຊາ ການທະຫານແຂວງ ເນື່ອງໃນ ໂອກາດວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີ ນີ້, ຈົ່ງມີສຸຂະພາບເຂັ້ມແຂງ ມີຜົນສໍາເລັດໃນໜ້າທີ່ການງານ ທຸກປະການ. ພ້ອມດຽວກັນນີ້ ພັນໂທ ອະນຸສອນ ອຸທະໄກສອນ ກໍໄດ້ ຂອບອົກຂອບໃຈ ມາຍັງຄະນະ ນໍາ ກອງບັນຊາການປ້ອງກັນ ຄວາມສະຫງົບແຂວງ ທີ່ໄດ້ນໍາ ເອົາກະຕ່າຂອງຂວັນ ຝາກ ຄວາມຢື້ຢາມຖາມຂ່າວ ແລະ ຄໍາອວຍພອນໄຊ ມາຍັງຄະນະພັກ -ຄະນະບັນຊາ ກອງບັນຊາການ ທະຫານແຂວງ ຝາກໄປເຖິງ ອ້າຍນ້ອງທີ່ເຮັດວຽກງານປ້ອງ ກັນຊາດປ້ອງກັນຄວາມສະຫງົບ ຈົ່ງມີສຸຂະພາບພາລະນາໄມສົມ ບູນເຮັດສຳເລັດໜ້າທີ່ທີ່ການຈັດ ຕັ້ງມອບໝາຍໃຫ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ