
ໜ່ວຍພັກ ກອງຮ້ອຍ 16 ທະຫານແຂວງອຸດົມໄຊ ມອບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2022-04-22 09:43:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2232 | ຄວາມນິຍົມ:
ວັນທີ 12 ເມສາ 2022,
ໜ່ວຍພັກກອງຮ້ອຍ 16 ກອງບັນ
ຊາການທະຫານແຂວງອຸດົມ ໄຊ, ໄດ້ຈັດພິທີມອບໃບຢັ້ງຢືນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021, ໂດຍ
ການເປັນປະທານຂອງ ສະຫາຍ ຮ້ອຍເອກ ສົມສັກ ອຸ່ນແກ້ວວົງໄຊ ຮອງເລຂາໜ່ວຍພັກ ຫົວໜ້າ ການທະຫານກອງຮ້ອຍ 16, ມີ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ຄໍາໝັ້ນ ວິ
ໄລເກດ ຮອງຫົວໜ້າການເມືອງ ກອງຮ້ອຍ 16 ໄດ້ຜ່ານມະຕິຕົກ ລົງຂອງຄະນະປະຈໍາພັກແຂວງ ອຸດົມໄຊ ວ່າດ້ວຍ ການມອບໃບ ຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມ
ແຂງ ໜັກແໜ້ນ ປະຈຳປີ 2021
ໃຫ້ໜ່ວຍພັກ ກອງຮ້ອຍ 16, ຂໍ້ຕົກລົງຂອງເຈົ້າແຂວງ ແຂວງ
ອຸດົມໄຊ ແລະ ຂໍ້ຕົກລົງຂອງ ຫ້ອງການເມືອງກອງບັນຊາ ການທະຫານແຂວງອຸດົມໄຊ ວ່າດ້ວຍ ການຍ້ອງຍໍນາຍ ແລະ
ພົນທະຫານຜູ້ທີ່ມີຜົນງານດີ ເດັ່ນໃນການປະກອບສ່ວນເຂົ້າ
ໃນການສ້າງສາພັດທະນາກົມ ກອງໃນໄລຍະ 1 ປີ ຜ່ານມາ ຈໍາ ນວນ 88 ສະຫາຍ.
ສະຫາຍ ຮ້ອຍເອກ ສົມສັກ ອຸ່ນ
ແກ້ວວົງໄຊ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ພະນັກງານ-ນັກຮົບ ສ້າງໄດ້ ຕະຫຼອດໄລຍະ 1 ປີຜ່ານມາ. ພ້ອມທັງ, ເນັ້ນໜັກໃຫ້ ຄະນະ ພັກ-ຄະນະບັນຊາ ພ້ອມກັນຍົກສູງໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ສືກສາອົບການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ- ນັກຮົບ ພາຍໃນກົມກອງຢ່າງ ເປັນປົກະຕິ, ສືບຕໍ່ຈັດຕັ້ງປະຕິບັດ ຕາມມະຕິ ຄຳສັ່ງຂອງຂັ້ນເທິງ ຢ່າງເຂົ້ມງວດ, ປັບປຸງກໍ່ສ້າງ ໜ່ວຍພັກ ແລະ ຮັກສາມູນເຊື້ອ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ ແໜ້ນ ໄວ້ໃຫ້ໝັ້ນຄົງຕະຫຼອດໄປ.
ໂດຍ: ສຸລິເດດ ຮັກຄໍາພູວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ