ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສູນ 206 ສະຫຼຸບວຽກງານ ປະຈຳປີ 2018
ເວລາອອກຂ່າວ: 2019-01-28 09:27:36 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ໃນວັນທີ 23 ມັງກອນ 2019 ສູນ 206 ໄດ້ຈັດກອງປະຊຸມສະ ຫລຸບວຽກງານຮອບດ້ານປະຈໍາ ປີ 2018 ແລະ ຜ່ານທິດທາງ ແຜນການປະຈໍາປີ 2019 ໂດຍ ການເປັນປະທານຂອງ ທ່ານ ພົນຈັດຕະວາ ຄໍາຄິດ ໄຊສົງຄາມ ຫົວຫນ້າກົມສື່ສານ, ມີຄະນະ ພັກ-ຄະນະບັນຊາ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບເຂົ້າ ຮ່ວມ. ພັນໂທ ສົມໃຈ ເທບພະໂສ ລັດ ຫົວໜ້າສູນ 206 ໃຫ້ຮູ້ວ່າ: ສູນ 206 ແມ່ນກົມກອງວິຊາ ສະເພາະຫນຶ່ງຢູ່ໃຕ້ການຊີ້ນໍາ-ນໍາພາໂດຍກົງ ແລະ ກົມສື່ສານ ກົມໃຫຍ່ເສນາທິການກອງທັບ ມີຫນ້າທີ່ເປັນເສນາທິການໃຫ້ພັກ ຂັ້ນເທິງເຮັດວຽກງານຮັບປະກັນ ການຄຸ້ມຄອງຂໍ້ມູນ-ຂ່າວສານ ຜ່ານລະບົບເຄືອຂ່າຍໂທລະຄົມ ໃນສາທາລະນະທັງພາຍໃນ ແລະ ຕ່າງປະເທດ ທັງວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນທາງດ້ານຄວາມ ປອດໄພໃນການສື່ສານໃຫ້ກະ ຊວງປ້ອງກັນປະເທດ, ວຽກງານ ການຈັດຕັ້ງມີ 6 ພະແນກ 1 ບໍ ລິຫານສູນ, ໄດ້ລົງກໍ່ສ້າງຮາກ ຖານບ້ານໜອງພະຍາເກັບກໍາ ສະພາບໄດ້ 18 ຄັ້ງ, ໄດ້ຊີ້ນໍາຕິດຕາມການເຄື່ອນໄຫວຂອງພະນັກ ງານ-ວິຊາການຢູ່ພາຍໃນກົມ ກອງຢ່າງເປັນປົກກະຕິ, ໄດ້ເຄື່ອນໄຫວສາລະເວປ້ອງກັນທີ່ຕັ້ງຄ້າຍຄູ ແລະ ປະຈໍາການບັນຊາ 264 ຄັ້ງ, ຈັດຕັ້ງກອງປະຊຸມເຜີຍແຜ່-ຮັບຟັງແຈ້ງການສະພາບຕ່າງໆ 5 ຄັ້ງ, ຈັດຕັ້ງເຊື່ອມຊຶມເອກະ ສານສໍາຄັນຂອງຊາດ-ພັກ, ຂອງ ກອງທັບ ແລະ ມະຕິຄໍາສັ່ງຂອງ ຂັ້ນເທິງ 9 ຄັ້ງ, ຈັດອົບຮົມວຽກ ງານການເມືອງ ປະຈໍາປີ 23 ວັນ, ເຄື່ອນໄຫວວຽກງານຂະບວນ ການກີລາ, ສິລະປະ-ວັນນະຄະດີ ແລະ ຂະບວນການອື່ນໆຕ້ອນຮັບວັນສໍາຄັນຕ່າງໆ 21 ຄັ້ງ, ເຊື່ອມຊຶມເອກະສານວັນສ້າງຕັ້ງ ພັກ 7 ຄັ້ງ, ດໍາເນີນຊີວິດການ ເມືອງປະຈໍາເດືອນ 11 ຄັ້ງ, ສະ ຫລຸບສົ່ງເງິນສະຖິຕິພັກ ປະຈໍາ ໄຕມາດປີ 2018 ໃຫ້ຂັ້ນເທິງ ຕາມກໍານົດເວລາ, ສົ່ງພະນັກ ງານໄປຮຽນຍົກລະດັບວິຊາສະ ເພາະຢູ່ພາຍໃນ ແລະ ຕ່າງປະເທດ 32 ສະຫາຍ, ຍົກຍ້າຍ 1 ສະ ຫາຍ, ໄດ້ຮັບການເລື່ອນຊັ້ນ 32 ສະຫາຍ ແລະ ສໍາເລັດວຽກງານ ອື່ນໆອີກຈໍານວນໜຶ່ງ. ສ່ວນທິດ ທາງແຜນການແມ່ນຈະສູ້ຊົນນໍາ ສະເໜີຂັ້ນເທິງປະກອບພະນັກ ງານເພື່ອບັນຈຸເຂົ້າບັນດາຂະ ແໜງການທີ່ຈໍາເປັນໃຫ້ໄດ້ຕາມ ຄາດໝາຍ, ເອົາໃຈໃສ່ຊີ້ນໍາ-ນໍາພາບັນດາພະແນກການ ເຮັດວຽກງານສຶກສາອົບຮົມ ການເມືອງ, ນໍາພາແນວຄິດໃຫ້ ພະນັກງານວິຊາການໃຫ້ມີຄຸນ ທາດການເມືອງທີ່ໜັກແໜ້ນ ເຂັ້ມແຂງໃນທຸກໆດ້ານ, ມີຄວາມ ສາມາດເຮັດໜ້າທີ່ວິຊາສະເພາະ ຂອງຕົນໃຫ້ສໍາເລັດ, ຮັບປະກັນ ໃຫ້ກົມກອງມີຄວາມສະຫງົບ-ປອດໃສ ບໍ່ໃຫ້ເກີດປາກົດການ ຫຍໍ້ທໍ້ຢູ່ໃນກົມກອງຂອງຕົນຢ່າງ ເດັດຂາດ ແລະ ຈະສືບຕໍ່ໜ້າທີ່ ວຽກງານຂອງຕົນຢ່າງຕັ້ງໜ້າ ແລະ ແກ້ໄຂປັບປຸງຈຸດທີ່ຍັງຄົງຄ້າງໃຫ້ລຸລ່ວງໄປດ້ວຍດີ. ໂອກາດນີ້ ທ່ານ ພົນຈັດຕະວາ ຄໍາຄິດ ໄຊສົງຄາມ ກໍໄດ້ເນັ້ນ ໜັກພະນັກງານ-ນັກຮົບຕ້ອງ ເພີ່ມການເອົາໃຈໃສ່ຕໍ່ໜ້າທີ່ ວຽກງານທີ່ຕົນເອງຮັບຜິດຊອບ ເພີ່ມຂຶ້ນຕື່ມ, ຕ້ອງມີລະບຽບຫຼັກ ການໃນການປະຕິບັດໜ້າທີ່ ວຽກງານ, ເອົາໃຈໃສກໍ່ສ້າງພະ ນັກງານ ທັງ 3 ຮຸ່ນ, ສົ່ງໄປຮຽນ ຕໍ່ຢູ່ພາຍໃນ ແລະ ຕ່າງປະເທດ ເປັນຈໍານວນບໍ່ໜ້ອຍ, ຖ້າທຽບໃສ່ ປີ 2017 ເຫັນວ່າມີຜົນສໍາເລັດ ເພີ່ມຂຶ້ນຫລາຍກວ່າເກົ່າ, ຕ້ອງ ໄດ້ເອົາໃຈໃສ່ວຽກງານປະຈໍາ ການຢ່າງເຂັ້ມງວດ ນັບທັງປະ ຈໍາການສູ້ຮົບ ແລະ ປະຈໍາການ ວິຊາສະເພາະຜູ້ເປັນຫົວໜ້າຕ້ອງ ເປັນແບບຢ່າງໃຫ້ອ້າຍນ້ອງ, ວຽກງານແນວຄິດການເມືອງຍິ່ງ ເປັນບັນຫາສໍາຄັນທີ່ຕ້ອງໄດ້ເອົາ ໃຈໃສ່, ເຮັດວຽກງານຕ້ອງຖືກ ຕ້ອງຕາມຂັ້ນຕອນ ແລະ ເຮັດ ວຽກຕ້ອງມີແບບແຜນ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ