ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍພັກຫໍພິພິທະພັນປະຫວັດສາດກອງທັບ ສຳເລັດກອງປະຊຸມໃຫຍ່ຄັ້ງທີ VII ຂອງຕົນ
ເວລາອອກຂ່າວ: 2019-01-25 09:53:42 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ໃນວັນທີ 23 ມັງກອນ 2019 ນີ້, ໜ່ວຍພັກຫໍພິພິທະພັນປະ ຫວັດສາດກອງທັບກົມໃຫຍ່ການ ເມືອງກອງທັບ ໄດ້ຈັດກອງປະ ຊຸມໃຫຍ່ຄັ້ງທີ VII ຂອງຕົນຂຶ້ນຢູ່ ທີ່ຫ້ອງປະຊຸມ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໂດຍພາຍໃຕ້ການເປັນ ປະທານ ຂອງສະຫາຍພົນຈັດຕະວາ ວໍລະ ສານ ວິລັດດາວົງ ກຳມະການຄະ ນະພັກກະຊວງປ້ອງກັນປະເທດ ຫົວໜ້າກົມຈັດຕັ້ງພັກກົມໃຫຍ່ ການເມືອງກອງທັບ, ມີສະຫາຍ ເລຂາ-ຮອງເລຂາໜ່ວຍພັກ, ຄະ ນະໜ່ວຍພັກ, ຜູ້ແທນກອງປະຊຸມ, ແຂກຖືກເຊີນ ພ້ອມດ້ວຍສະມາ ຊິກພັກພາຍໃນໜ່ວຍເຂົ້າຮ່ວມ. ສະຫາຍ ພັນໂທ ຈະເລີນສຸກ ວັງເວີນໂຂງ ເລຂາໜ່ວຍພັກ ຫົວໜ້າອຳນວຍການຫໍພິພິທະ ພັນກອງທັບ ໄດ້ຂຶ້ນຜ່ານບົດ ລາຍງານການເມືອງຕໍ່ກອງປະ ຊຸມໂດຍຊີ້ອອກວ່າ: ໄລຍະທີ່ຜ່ານ ມາຫນ່ວຍພັກໄດ້ຖືເອົາວຽກງານ ສຶກສາອົບຮົມການເມືອງນຳພາ ແນວຄິດເປັນກົກສອດຫ້ອຍເຂົ້າ ໃນທຸກຂົງເຂດວຽກງານ, ຈັດຕັ້ງ ເຊື່ອມຊຶມບັນດາແນວທາງແຜນ ນະໂຍບາຍຂອງພັກ, ຂອງກອງ ທັບ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະ ຊວງປ້ອງກັນປະເທດວາງອອກ, ໄປຄຽງຄູ່ກັນນັ້ນຍັງໄດ້ປັບປຸງກໍ່ ສ້າງພັກທັງ 3 ດ້ານ, ດ້ານການ ເມືອງແນວຄິດ, ດ້ານການຈັດຕັ້ງ ແບບແຜນວິທີນຳພາ, ຖືເອົາຄຸນະ ພາບເປັນກົກຕິດພັນກັບການກໍ່ ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຜ່ານການຕີລາຄາຄຸນ ນະພາບຂອງສະມາຊິກພັກມີສະ ມາຊິກພັກແຂງຮອບດ້ານ 27 ສະຫາຍ ແລະ ແຂງ 7 ສະຫາຍ ພ້ອມນີ້ກໍກະຕຸກຊຸກຍູ້ຊາວໜຸ່ມ-ແມ່ຍິງ ໄດ້ເຄື່ອນໄຫວຕາມພາ ລະບົດບາດຂອງຕົນ, ເພີ່ມທະວີ ກວດກາຄວາມຮັບຜິດຊອບການ ເມືອງຄວາມເປັນແບບຢ່າງນຳ ໜ້າຂອງສະມາຊິກພັກ, ນຳພາ ວຽກງານວິຊາສະເພາະປົກປັກ ຮັກສາ ແລະ ຈັດຕັ້ງວາງສະແດງ ຮູບພາບ, ວັດຖຸພັນປະຫວັດສາດ ມູນເຊື້ອ,ຜົນງານໄຊຊະນະຂອງ ກອງທັບ ເພື່ອໂຄສະນາເຜີຍ ແຜ່ໃຫ້ມວນຊົນທັງພາຍໃນແລະ ຕ່າງປະເທດໄດ້ເຂົ້າມາຄົ້ນຄວ້າ, ສຶກສາຮ່ຳຮຽນ ແລະ ຢ້ຽມຊົມ ຕົວຈິງ ໃນປີທີ່ຜ່ານມາຫໍພິພິທະ ພັນປະຫວັດສາດກອງທັບສາ ມາດດຶງດູດນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດເຂົ້າມາ ຢ້ຽມຊົມເກືອບ 60.000 ເທື່ອໃນ ນັ້ນມີແຂກຕ່າງປະເທດເກືອບ 9.000 ຄົນ, ວຽກງານແກ້ໄຂຊີ ວິດການເປັນຢູ່ບົນພື້ນຖານເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມ ແຂງດ້ວຍຕົນເອງ, ແມ່ນເລັ່ງໃສ່ການຮັບຝາກລົດໃນ ງານບຸນຕ່າງໆໂດຍສະເພາະ ແມ່ນບຸນພະທາດຫຼວງໃນແຕ່ລະ ປີ. ກອງປະຊຸມໄດ້ປ່ອນບັດຄັດ ເລືອກເອົາຄະນະໜ່ວຍພັກຊຸດໃໝ່ ໄດ້ຕາມຄາດຫມາຍ, ກອງປະ ຊຸມຄັ້ງປະຖົມມະລຶກຂອງໜ່ວຍ ພັກໄດ້ເປັນເອກະສັນເລືອກເອົາ ສະຫາຍ ພັນໂທ ຈະເລີນສຸກ ວັງເວີນໂຂງ ເປັນເລຂາໜ່ວຍພັກ, ພັນໂທ ນາງ ແດງ ສຸກສະຫວັດ ເປັນຮອງເລຂາໜ່ວຍ ພັກ ແລະ ອີກ 3 ສະຫາຍ ເປັນກຳມະການ. ພ້ອມນັ້ນທີ່ປະຊຸມຍັງໄດ້ຄັດເລືອກ ຜູ້ແທນສະມາຊິກສົມບູນເຂົ້າ ຮ່ວມກອງປະຊຸມໃຫຍ່ຄະນະພັກ ຂັ້ນເທິງອີກດ້ວຍ. ໂດຍ: ຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ