ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊາວໜຸ່ມກອງພັນໃຫຍ່ 301 ປິດການແຂ່ງຂັນກີລາ
ເວລາອອກຂ່າວ: 2022-01-28 09:14:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 445 | ຄວາມນິຍົມ:



ໃນວັນທີ 19 ມັງກອນ 2022 ນີ້, ຊາວໜຸ່ມກອງພັນໃຫຍ່ 301 ໄດ້ປິດຂະບວນການແຂ່ງ ຂັນກີລາ, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ສົມດີ ຕິບ ອິນແສງ ຫົວໜ້າການທະຫານ ກອງພັນໃຫຍ່ 301, ມີຄະນະພັກ- ຄະນະບັນຊາ 5 ພະແນກການ, ກົມກອງ, ຕະຫຼອດຮອດນັກກີລາ ທົ່ວກົມກອງເຂົ້າຮ່ວມ. ສະຫາຍ ພັນໂທ ບຸນໄຊ ເພັງສຸ ວັນ ຮອງພະແນກເສນາທິການ ກອງພັນໃຫຍ່ 301 ໄດ້ຂຶ້ນສະຫຼຸບ ວຽກງານຂະບວນການແຂ່ງຂັນ ກີລາປະຈໍາປີ 2021-2022 ຂອງຊາວໜຸ່ມກອງພັນໃຫຍ່ 301 ຕາມທິດຊີ້ນໍາຂອງຄະນະພັກ- ຄະ ນະບັນຊາກອງພັນໃຫຍ່ 301 ຕາມ ແຜນເປີດຂະບວນການກີລາຊາວ ໜຸ່ມຂອງກອງພັນໃຫຍ່ 301 ເພື່ອ ເປັນການສ້າງບັນຍາກາດຟົດຟື້ນ ມ່ວນຊື່ນຂໍ່ານັບຮັບຕ້ອນວັນປະ ຫວັດສາດຂອງຊາດຂອງພັກຂອງ ກອງທັບເວົ້າລວມເວົ້າສະເພາະ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 73 ປີ ເຊິ່ງໄດ້ໄຂ ຂຶ້ນແຕ່ເດືອນທັນວາ ປີ 2021 ທີ່ຜ່ານມາ ແລະ ສຳເລັດດ້ວຍບັນ ຍາກາດການແຂ່ງຂັນຄຶກຄື້ນ ມ່ວນຊື່ນຕະຫຼອດການແຂ່ງຂັນ ເຊິ່ງກີລາທີ່ນຳມາແຂ່ງຂັນໃນ ຄັ້ງນີ້ມີ 4 ປະເພດຄື: ກີລາບານ ເຕະ, ກີລາບານສົງ, ກີລາກະຕໍ້, ກີລາເປຕັງຊາຍ-ຍິງຜ່ານການ ແຂ່ງຂັນມາສາມາດສະຫຼຸບໄດ້ ດັ່ງນີ້: ກີລາບານເຕະທີ 1 ແມ່ນ ທີມນັກກີລາ 3 ພະແນກການ, ທີ 2 ແມ່ນທີມກອງຮ້ອຍປ້ອງກັນ ອາກາດ, ທີ 3 ແມ່ນທີມໝວດ ສືບຂ່າວ, ກີລາບານສົ່ງທີ 1 ແມ່ນ ທີມກອງຮ້ອຍສື່ສານ, ທີ 2 ແມ່ນ ທີມກອງຮ້ອຍຊ່າງແສງ, ທີ 3 ແມ່ນ ທີມກອງຮ້ອງປ້ອງກັນອາກາດ, ກີ ລາກະຕໍ້ທີ 1ແມ່ນທີມ ໝວດປ້ອງ ກັນທີ່ຕັ້ງ, ທີ 2 ແມ່ນທີມພະແນກ ພະລາ, ທີ 3 ແມ່ນທີມພະແນກເສ ນາ, ກີລາເປຕັງຊາຍທີ 1 ແມ່ນ ທີມຂະແໜງຊ່າງແສງ, ທີ 2 ແມ່ນ ທີມ ກອງຮ້ອຍໂຮງໝໍ, ທີ 3 ແມ່ນ ທີມພະແນກເຕັກນິກ, ກີລາເປຕັງ ຍິງທີ 1 ແມ່ນທີມພະແນກບໍລິຫານ, ທີ 2 ແມ່ນທີມກອງຮ້ອຍໂຮງໝໍ. ໂດຍ: ເທບພະກອນ ລັດຕະນະສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ