
ທະຫານເມືອງທຸລະຄົມ ເປີດຂະບວນການ ການສ້າງບ້ານ ແລະ ຄອບຄົວ ປ້ອງກັນຊາດເຂັ້ມແຂງ
ເວລາອອກຂ່າວ: 2022-01-28 09:12:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 136 | ຄວາມນິຍົມ:
ໃນວັນທີ 19 ມັງກອນ
2022, ກອງບັນຊາການທະ
ຫານ ເມືອງທຸລະຄົມ ແຂວງ
ວຽງຈັນ ໄດ້ເປີດຂະບວນການ ການກໍ່ສ້າງບ້ານ ແລະ ຄອບຄົວ ປ້ອງກັນຊາດເຂັ້ມແຂງ ໃນກຸ່ມ ເທສະບານ, ມີ 6 ບ້ານ: ບ້ານ
ເກິນເໜືອ, ເກິນກາງ, ເກິນໃຕ້,
ໂພນແຮ່, ນາໝາກ ແລະ ບ້ານ
ບໍ່. ໂດຍການເປັນປະທານຂອງ ທ່ານ ກິຄຳ ວົງໄຊ ຮອງເຈົ້າ
ເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ຄະນະຊີ້ນຳລວມ
ແລະ ອະນຸກຳມະການ ພ້ອມ
ດ້ວຍຫົວໜ້າກຸ່ມບ້ານ, ເລຂາພັກ
ບ້ານ, ນາຍບ້ານ 6 ບ້ານເຂົ້າ
ຮ່ວມ.
ສະຫາຍ ພັນໂທ ບຸນລົມ ໄຊ
ຍະລາດ ຫົວໜ້າພະແນກການ ເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍ ການອະນຸມັດ ໃຫ້ກອງບັນຊາການທະຫານ ເມືອງທຸລະຄົມ ເປີດຂະບວນການ ການກໍ່ສ້າງບ້ານ ແລະ ຄອບຄົວ ປ້ອງກັນຊາດເຂັ້ມແຂງ ແລະ
ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງ ຄະນະຮັບຜິດຊອບ ແລະ ອະນຸ ກຳມະການກໍ່ສ້າງບ້ານ ແລະ
ຄອບຄົວປ້ອງກັນຊາດເຂັ້ມແຂງຢູ່ກຸ່ມເທສະບານເມືອງທຸລະຄົມ.
ສະຫາຍ ພັນໂທ ເກດສະໜາ ສຸລິຍະວົງ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ທຸລະຄົມ ໄດ້ຜ່ານຂໍ້ຕົກລົງ ຂອງ
ກະຊວງປ້ອງກັນ ປະເທດ ວ່າດ້ວຍ
ການກໍ່ສ້າງບ້ານ ແລະ ຄອບ
ຄົວປ້ອງກັນຊາດເຂັ້ມແຂງ ພ້ອມ
ທັງຜ່ານມາດຖານເງື່ອນໄຂການ
ກໍ່ສ້າງບ້ານ ແລະ ຄອບຄົວປ້ອງ ກັນຊາດເຂັ້ມແຂງ.
ໂດຍ: ຈັນທະຈອນ ສີສະເກດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ