ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະກອງບັນຊາການທະຫານນະຄອນຫຼວງວຽງຈັນ ເຂົ້າອວຍພອນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ
ເວລາອອກຂ່າວ: 2022-01-28 09:04:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 503 | ຄວາມນິຍົມ:



ວັນທີ 19 ມັງກອນ 2022 ນີ້, ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າການເມືອງ ກອງບັນຊາການທະຫານນະ ຄອນຫຼວງ ວຽງຈັນ ພ້ອມດ້ວຍຄະ ນະ, ໄດ້ນຳເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນ ເຂົ້າອວຍ ພອນ ສະຫາຍ ພົນເອກ ຈັນສະ ໝອນ ຈັນຍາລາດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ ເນື່ອງໃນໂອ ກາດວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 73 ປີ ( 20 ມັງກອນ 1949-20 ມັງກອນ 2022 ). ໂອກາດນີ້ ສະຫາຍ ພົນຈັດ ຕະວາ ໄພວັນ ຈັນທະພົມມາ ໄດ້ ກ່າວສະແດງຄຳອວຍພອນ ໄຊ ອັນປະເສີດ ແກ່ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເນື່ອງ ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 73 ປີ ຂໍໃຫ້ສະຫາຍ ມີຄວາມຜາສຸກໃນ ຊີວິດສ່ວນຕົວ ແລະ ຄອບຄົວ, ມີພາລານາໄມສົມບູນ ພ້ອມທັງປະສົບຜົນສຳເລັດໃນໜ້າທີ່ວຽກງານທີ່ການຈັດຕັ້ງພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້. ໃນໂອກາດດຽວກັນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຂອບໃຈມາ ຍັງຄະນະນຳກອງບັນຊາການທະ ຫານນະຄອນຫຼວງວຽງຈັນ ທີ່ເຫັນໄດ້ຄວາມໝາຍຄວາມສຳ ຄັນ ຂອງວັນດັ່ງກ່າວ ເຊິ່ງຍາມໃດກໍ່ໄດ້ໃຫ້ຄວາມເປັນຫ່ວງເປັນໃຍ ແລະ ໄປມາຫາສູ່ໃນການປະ ສານສົມທົບວຽກງານລະຫວ່າງ ຂັ້ນເທິງກັບຂັ້ນລຸ່ມຕະຫຼອດມາ ແລະ ຫວັງຢ່າງຍິ່ງວ່າຈະພ້ອມກັນສືບຕໍ່ປົກປັກຮັກສາມູນເຊື້ອນີ້ ໄວ້ໃຫ້ຍືນຍົງຕະຫຼອດໄປ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ