ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການທະຫານແຂວງຄຳມ່ວນ ເປີດຊຸດອົບຮົມ-ຫັດແອບ ປະຈຳປີ 2022
ເວລາອອກຂ່າວ: 2022-01-27 09:23:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 262 | ຄວາມນິຍົມ:



ວັນທີ 25 ມັງກອນ 2022 ນີ້, ກອງບັນຊາການທະຫານ ແຂວງຄຳມ່ວນ ໄດ້ເປີດຊຸດອົບ ຮົມ-ຫັດແອບ ການເມືອງ-ການ ທະຫານ, ພະລາທິການ-ເຕັກນິກ ປະຈຳປີ 2022, ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ຄຳສາຍ ເພັດນວນສີ ຮອງຫົວ ໜ້າການເມືອງ ກອງບັນຊາການ ທະຫານແຂວງຄໍາມ່ວນ, ມີຄະນະ ພັກ-ຄະນະບັນຊາ ອົງການ 5 ຫ້ອງ, ກອງບັນຊາການທະຫານ ເມືອງ 10 ເມືອງ, ກອງພັນ, ກອງ ຮ້ອຍເອກະລາດ, ໂຮງຮຽນ, ໂຮງ ໝໍ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນເລີດ ບຸບ ຜາວັນ ຫົວໜ້າຫ້ອງເສນາທິ ການ ກອງບັນຊາການທະຫານ ແຂວງຄຳມ່ວນ ໄດ້ຜ່ານແຜນການ ອົບຮົມ-ຫັດແອບ ປະຈຳປີ 2022 ເຊິ່ງເນື້ອໃນການເຝິກອົບຮົມ- ຫັດແອບ ມີ ຂໍ້ກຳນົດ, ກົດລະບຽບ, ລະບຽບຮູບແຖວ, ກີລາການທະ ຫານ, ສິລະປະຍຸດ-ຍຸດທະວິທີ ຂອງທະຫານຮາບ, ຄວາມຮູ້ພື້ນ ຖານກ່ຽວກັບເຫຼົ່າຮົບການເມືອງ, ວຽກງານພະລາທິການ ແລະ ເຕັກນິກ ໃນການຮັບໃຊ້ເວລາສູ້ ຮົບ. ກາກເຝິກອົບຮົມ-ຫັດແອບ ໃນຄັ້ງນີ້ ໄດ້ແບ່ງອອກເປັນ 2 ໄລຍະ ແລະ ຈະໄດ້ດຳເນີນໄປ ເປັນເວລາ 160 ວັນ ຈຶ່ງສຳເລັດ. ທັງນີ້ກໍເພື່ອເປັນການຍົກລະ ດັບທາງດ້ານສິລະປະຍຸດ-ຍຸດ ທະວິທີ ຂອງນາຍ ແລະ ພົນທະ ຫານທົ່ວທະຫານແຂວງຄຳ ມ່ວນ ໃຫ້ມີຄວາມຮູ້-ຄວາມສາ ມາດທີ່ແນ່ນອນ, ມີໄຫວພິກທີ່ ຄ່ອງແຄ້ວ ໂດຍຖືເອົາທິດສະດີ ເປັນພື້ນຖານ ແລະ ພາກປະຕິບັດ ຕົວຈິງເປັນບັນຫາສຳຄັນ, ທັງ ເປັນການກະຕຸກຊຸກຍູ້ໃຫ້ບັນດາ ກົມກອງ ປະຕິບັດຂໍ້ກຳນົດ, ກົດ ລະບຽບຢ່າງເຂັ້ມງວດ, ເອົາໃຈ ໃສ່ປັບປຸງກົມກອງໃຫ້ມີລະບຽບ ວິໄນທີ່ເຂັ້ມງວດ, ສ້າງກົມກອງ ໃຫ້ກາຍເປັນກອງທັບປະຕິວັດມີ ແບບແຜນທັນສະໄໝ, ເຮັດໃຫ້ ນາຍ ແລະ ພົນທະຫານມີສຸຂະ ພາບແຂງແຮງ ແລະ ມີກໍາລັງ ແຮງໃນການກຽມພ້ອມສູ້ຮົບແກ້ໄຂສະພາບການຕ່າງໆ ທີ່ຈະເກີດ ຂຶ້ນໃຫ້ທັນກັບເວລາ. ໂອກາດດັ່ງກ່າວ, ສະຫາຍ ພັນເອກ ຄຳສາຍ ເພັດນວນສີ ໄດ້ຮຽກຮ້ອງໃຫ້ພະນັກງານ-ນັກ ຮົບໃນທົ່ວທະຫານແຂວງ ຈົ່ງ ເອົາໃຈໃສ່ເຝິກອົບຮົມຮໍ່າຮຽນ, ເກັບກຳເອົາວິຊາຄວາມຮູ້ແຕ່ລະ ບົດ, ແຕ່ລະບາດກ້າວໃຫ້ໄດ້, ຮັບ ປະກັນເວລາປະຕິບັດຕົວຈິງ ໄດ້ ຮັບຜົນສູງ, ຮັບປະກັນໄດ້ຄວາມ ປອດໄພ, ມີຄວາມສາມັກຄີເປັນ ເຈົ້າການປະສານສົມທົບໃນທຸກ ວຽກງານ ເພື່ອຮັບປະກັນໃນການ ເຝິກກອົບຮົມຄັ້ງນີ້ໄດ້ຮັບຜົນສຳ ເລັດ ແລະ ມີປະສິດທິຜົນສູງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ