ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງການເມືອງ ກອງພົນທີ 3 ມອບເຄື່ອງຊ່ວຍເຫຼືອ ກອງພັນ 408
ເວລາອອກຂ່າວ: 2022-01-27 09:22:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 565 | ຄວາມນິຍົມ:



ໃນວັນທີ 19 ມັງກອນ 2022, ສະຫາຍ ພັນເອກ ສາຍທອງ ປີຊາຈັນ ຮອງຫົວໜ້າຫ້ອງການ ເມືອງ ກອງພົນທີ 3, ໄດ້ນຳເອົາ ເຄື່ອງກີລາ ຈຳນວນ 20 ຊຸດ ແລະ ດິນບັອກ ຈຳນວນໜຶ່ງ ລວມ ມູນຄ່າທັງໝົດ2.900.000 ກີບ ມອບໃຫ້ກອງພັນ 408 ກອງພົນ ທີ 3. ໂດຍການກ່າວຮັບຂອງ ສະ ຫາຍ ພັນໂທ ສົມຫວັງ ມະນີວົງ ຫົວໜ້າການເມືອງ ກອງພັນ 408 ແລະ ສະແດງຄວາມຂອບ ໃຈ ແລະ ຮູ້ບຸນຄຸນຕໍ່ ສະຫາຍ ພັນເອກ ສາຍທອງ ປີຊາຈັນ ພ້ອມດ້ວຍຄອບຄົວ, ທີ່ໄດ້ມີ ຄວາມເປັນຫ່ວງ ເປັນໃຍນຳເອົາ ເຄື່ອງຊ່ວຍເຫຼືອມາມອບໃນຄັ້ງ ນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະນຳເຄື່ອງດັ່ງກ່າວໄປໝູນໃຊ້ ໃຫ້ມີຜົນປະໂຫຍດສູງສຸດ ກໍຄື ເຮັດໃຫ້ວຽກງານກີລາຢູ່ພາຍ ໃນກົມກອງມີບັນຍາກາດຟົດຟື້ນ ພ້ອມທັງອວຍພອນໃຫ້ມີສຸຂະ ພາບເຂັ້ມແຂງ, ມີຄວາມພາສຸກ ໃນຊີວິດສ່ວນຕົວ ແລະ ຄອບ ຄົວ, ມີຄວາມກ້າວໜ້າທັງໜ້າ ທີ່ການງານທຸກປະການ, ເຮັດ ສຳເລັດໜ້າທີ່ອັນມີກຽດສະຫງ່າຂອງຕົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ