ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຊ່ວຍເຫຼືອປະຊາຊົນກໍ່ສ້າງເສັ້ນທາງ
ເວລາອອກຂ່າວ: 2022-01-27 09:21:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 424 | ຄວາມນິຍົມ:



ໃນວັນທີ 19 ມັງກອນ 2022, ສະຫາຍ ພັນຕີ ແກ້ວບຸນມີ ເພັງມະ ສອນ ຫົວໜ້າການເມືອງ ກອງ ຮ້ອຍ 16 ກອງພັນ 603 ກອງ ພັນໃຫຍ່ 642 ໄດ້ນໍາພາສະມາ ຊິກຊາວໜຸ່ມຮາກຖານກອງພັນ 603 ກອງພັນໃຫຍ່ 642 ຈໍາ ນວນ 52 ສະຫາຍ, ສ້າງຂະບວນ ການອອກແຮງງານໃນການກໍ່ ສ້າງເສັ້ນທາງຄອນກຣີດ ຊ່ວຍ ເຫຼືອປະຊາຊົນ ຢູ່ບ້ານສີສະ ຫວາດ ເມືອງບໍລິຄັນ ແຂວງບໍລິ ຄໍາໄຊ, ເຊິ່ງເປັນບ້ານທີ່ກົມກອງ ຮັບຜິດຊອບລົງກໍ່ສ້າງຮາກ ຖານການເມືອງ, ໂດຍມີ ທ່ານ ສົມສັກ ໄຊຍະວົງ ນາຍບ້ານ ບ້ານສີສະຫວາດ ພ້ອມດ້ວຍຄະ ນະເຂົ້າຮ່ວມ. ການກໍ່ສ້າງເສັ້ນທາງໃນຄັ້ງ ນີ້, ໄດ້ປະຕິບັດຕາມຂະໜາດທີ່ ຫ້ອງການຄົມມະນາຄົມເມືອງ ກໍານົດໃຫ້ ເຊິ່ງເປັນທາງປູດ້ວຍ ຄອນກຣີດ ປະສົມກະແຕະໄມ້ໄຜ່ ໜາ 15 ຊັງຕີແມັດ, ກວ້າງ 2,5 ແມັດ (ເທເຄິ່ງຟາກທາງ). ສະຫາຍ ພັນຕີ ສູນທອນ ແກ້ວດາລີ ຫົວໜ້າຂະແໜງຊາວ ໜຸ່ມກອງພັນໃຫຍ່ 642 ພ້ອມ ຄະນະ ໄດ້ເຄື່ອນໄຫວຕິດຕາມ ຊຸກຍູ້ ແລະ ມອບນໍ້າດື່ມຕຸກນ້ອຍ ຈໍານວນ 4 ແພັກ ເພື່ອຊຸກຍູ້ນໍ້າ ໃຈໃຫ້ສະມາຊິກຊາວໜຸ່ມທີ່ປະ ກອບສ່ວນຊ່ວຍເຫຼືອເຫື່ອແຮງ ທາງສັງຄົມ. ໂດຍ: ແຟນຕ່າ ໄຊຍະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ