ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພິທີເປີດສາຍຮູບເງົາລະຄອນເວທີ ການແກ້ໄຂ ຄວາມທຸກຍາກ ແລະ ມອບ-ຮັບອຸປະກອນການແພດ
ເວລາອອກຂ່າວ: 2022-01-27 09:13:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 701 | ຄວາມນິຍົມ:



ເພື່ອເປັນການຈັດຕັ້ງປະຕິ ບັດຕາມຄວາມຮັບຮູ້ທີ່ເປັນເອ ກະພາບກັນລະຫວ່າງການນໍາ ສູງສຸດຂອງສອງພັກ, ສອງລັດ ລາວ-ຈີນ ແລະ ຈັດຕັ້ງຜັນຂະ ຫຍາຍແຜນແມ່ບົດວ່າດ້ວຍການ ສ້າງຄູ່ຮ່ວມຊະຕາກໍາລາວ-ຈີນ ດ້ານວັດທະນະທຳ ແລະ ບົດຮຽນ ໃນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ, ໃນວັນທີ 26 ມັງກອນ 2022 ນີ້, ຄະນະໂຄສະ ນາອົບຮົມສູນກາງພັກ, ຄະນະ ພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ສົມທົບ ກັບ ຄະນະພັກແຂວງຫູນານ ຮ່ວມກັນຈັດພິທີສາຍຮູບເງົາ ລະຄອນເວທີການແກ້ໄຂຄວາມ ທຸກຍາກ “ເພງສັນລະເສີນ ແຜ່ນດິນ” (ຕ້າຕີ້ຊົງເກີ) ແລະ ພິທີ ມອບ-ຮັບ ເຄື່ອງຊ່ວຍເຫຼືອຕ້ານ ພະຍາດໂຄວິດ-19 ມູນ ຄ່າ 1 ລ້ານຢວນ. ຜ່ານລະບົບວິດີໂອ ທາງໄກຂຶ້ນຢ່າງເປັນທາງການ ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ແລະ ນະຄອນສາງຊາ, ແຂວງຫູນານ, ສປ ຈີນ. ເຂົ້າຮ່ວມພິທີຢູ່ນະຄອນຫຼວງ ວຽງຈັນ ມີ ສະຫາຍ ສຈ.ປອ ກິ ແກ້ວ ໄຂຄໍາພິທູນ, ກໍາມະການ ກົມການ ເມືອງສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ຫົວໜ້າຄະ ນະສະເພາະກິດ ເພື່ອຕ້ານ, ສະ ກັດກັ້ນ ແລະ ແກ້ໄຂການແຜ່ລະ ບາດຂອງພະຍາດໂຄວິດ-19 ຂັ້ນ ສູນກາງ, ສະຫາຍ ລາວປາວ ຊົ່ງ ນະວົງໄຊ ກໍາມະການສູນກາງ ພັກ, ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ຕາງໜ້າ ຝ່າຍລາວ ກ່າວຄໍາເຫັນຕໍ່ພິທີ, ເຊິ່ງ ສະຫາຍ ໄດ້ຕີລາຄາສູງຕໍ່ຜົນ ສໍາເລັດໃນການລົບລ້າງຄວາມ ທຸກຍາກຂອງແຂວງຫູນານ ທີ່ ໄດ້ກາຍເປັນຕົວແບບທີ່ໂດດ ເດັ່ນໜຶ່ງ ໃນທົ່ວປະເທດຈີນ, ໂດຍສະເພາະແມ່ນການລົບລ້າງ ຄວາມທຸກຍາກຢູ່ບ້ານ 18 ຖໍ້າ ທີ່ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ເຄີຍ ຊີ້ນໍາ-ນໍາພາໂດຍກົງ ແລະ ສະ ຫາຍ ບຸນຍັງ ວໍລະຈິດ, ອະດີດເລ ຂາທິການໃຫຍ່, ອະດີດປະທານ ປະເທດ ແຫ່ງ ສປປ ລາວ ກໍໄດ້ ໄປຢ້ຽມຢາມບ້ານດັ່ງກ່າວ ໃນປີ 2018 ຜ່ານມາ, ການຖ່າຍທອດ ຜົນສໍາເລັດດັ່ງກ່າວ ຜ່ານຮູບເງົາ ລະຄອນເວທີ ຢູ່ ສປປ ລາວ ໃນ ຄັ້ງນີ້ ຈະເປັນບົດຮຽນອັນປະ ເສີດໃຫ້ແກ່ພັກ, ລັດຖະບານ ແລະ ປະຊາຊົນລາວ ທີ່ພວມສູ້ຊົນແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນ, ເຊິ່ງເປັນວຽກໃນບູລິມະສິດໜຶ່ງ ຂອງພັກ ແລະ ລັດຖະບານລາວ. ສະຫາຍ ຍັງໄດ້ແຈ້ງໃຫ້ຝ່າຍຈີນ ຊາບກ່ຽວກັບວຽກງານພັດທະ ນາຊົນນະບົດ ແລະ ການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ລາວ ແລະ ຕີລາຄາສູງຕໍ່ການ ແລກປ່ຽນບົດຮຽນໃນວຽກງານ ດັ່ງກ່າວ ລະຫວ່າງ ສປປ ລາວ ແລະ ສປ ຈີນ ກໍຄືກັບແຂວງຫູ ນານ, ເຊິ່ງເປັນການປະກອບສ່ວນ ອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນອັນເປັນມູນ ເຊື້ອແບບຄູ່ຮ່ວມຍຸດທະສາດ ຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ກໍຄື ການສ້າງຄູ່ ຮ່ວມຊາຕາກໍາລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຈີນ ກໍຄືລະຫວ່າງ ສປປ ລາວ ກັບ ແຂວງຫູນານ ໃຫ້ ນັບມື້ນັບແຕກດອກ ອອກຜົນຍິ່ງໆ ຂຶ້ນ. ໃນພິທີ, ສະຫາຍ ຈຽງ ຈ່າຍ ຕົງ, ເອກອັກຄະລັດຖະທູດວິສາ ມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຍັງໄດ້ ຕາ ງໜ້າຄະນະພັກແຂວງຫູນານ ມອບອຸປະກອນການແພດມູນຄ່າ 1 ລ້ານຢວນ ໃຫ້ແກ່ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນວຽກງານ ຕ້ານ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂຄ ວິດ- 19. ການເປີດສາຍຮູບເງົາໃນ ຄັ້ງນີ້, ຍັງມີສະຫາຍເອກອັກ ຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ; ສະຖານກົງສຸນ ໃຫຍ່ ແຫ່ງ ສປປ ລາວ ປະຈໍາ ນະຄອນສາງຊາ, ແຂວງຫູ ນານ; ສະຫາຍການນໍາຂອງນະຄອນ ຫຼວງວຽງຈັນ, ແຂວງສະຫວັນ ນະເຂດ, ອຸດົມໄຊ ແລະ ແຂວງ ຫຼວງພະບາງ ທີ່ເປັນແຂວງ ແຮກສ່ຽວກັບແຂວງຫູນານ ກໍໄດ້ເຂົ້າຮ່ວມໃນພິທີດັ່ງກ່າວ. ໂດຍ: ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ