ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ລົງເຮັດວຽກຢູ່ກອງພັນໃຫຍ່ 279
ເວລາອອກຂ່າວ: 2022-01-27 09:10:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 352 | ຄວາມນິຍົມ:



ວັນທີ 21 ມັງກອນ 2022 ນີ້, ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ຫົວໜ້າກົມກຳລັງ ພົນ ກົມໃຫຍ່ເສນາທິການກອງ ທັບ ພ້ອມດ້ວຍຄະນະ ໄດ້ລົງເຮັດ ວຽກຢູ່ກອງພັນໃຫຍ່ 279 ໂດຍ ມີຄະນະສະເພາະກິດກວດກາ ວຽກເຕັກນິກ, ມີຄະນະພັກ-ຄະ ນະບັນຊາກອງພັນໃຫຍ່ 279ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າ ຮ່ວມ. ສະຫາຍ ພັນໂທ ຫຸມແພງ ທິບ ພາວັນ ຄະນະພັກກອງພັນໃຫຍ່ ຫົວໜ້າພະແນກເຕັກນິກ ໄດ້ຂຶ້ນ ຜ່ານວຽກງານໃນໄລຍະຜ່ານມາ ຂັ້ນເທິງໄດ້ລົງໃກ້ຊິດ, ຕິດແທດ ແລະ ຊີ້ນຳ, ເຊິ່ງຍາມໃດກໍເປັນ ຫ່ວງເປັນໃຍກ່ຽວກັບການຄຸ້ມ ຄອງນຳໃຊ້ພາຫະນະ, ອາວຸດ, ຍຸດໂທປະກອນ, ຄະນະພັກ-ຄະ ນະບັນຊາກອງພັນໃຫຍ່ 279 ໄດ້ຖືຄວາມສຳຄັນວຽກງານ ຄຸ້ມຄອງປົກປັກຮັກສາ, ບົວລະ ບັດຜັດເຊັດບຳລຸງຮັກສາອາ ວຸດ ເພື່ອຮັບປະກັນຄວາມພ້ອມ ໃນເວລາອອກເຄື່ອນໄຫວປະຕິ ບັດໜ້າທີ່ເມື່ອໄດ້ຮັບຄຳສັ່ງຈາກ ຂັ້ນເທິງ, ຮັບປະກັນໃຫ້ທັນເວລາ ກັບສະພາບຕົວຈິງທຸກກໍລະນີ. ພ້ອມນັ້ນ, ຍັງໄດ້ຖອດຖອນ ບົດຮຽນທາງດ້ານເຕັກນິກ ລະ ຫວ່າງ ວິຊາສະເພາະກວດກາ ເຕັກນິກ, ສ້ອມແປງ ແລະ ຜູ້ທີ່ ນຳໃຊ້ພາຫະນະໂດຍກົງ ເພື່ອ ຮັບປະກັນໃນການນຳໃຊ້ໃຫ້ ມີຄວາມຊຳນິຊຳນານ. ພາຍຫຼັງ ໄດ້ຮັບຟັງບົດລາຍງານຕົວຈິງ ແລ້ວ ຄະນະສະເພາະກິດຍັງໄດ້ ລົງກວດກາພາຫະນະຕົວຈິງເພື່ອ ນຳມາຖອດຖອນບົດຮຽນໃນຄັ້ງ ຕໍ່ໄປ. ໃນຕອນທ້າຍ ພົນຈັດຕະວາ ສົມພອນ ມິດຕະພອນ ຍັງໄດ້ໂອ້ ລົມ ພ້ອມນັ້ນ, ສະຫາຍໄດ້ເນັ້ນ ໜັກໃຫ້ຄະນະພັກ-ຄະນະບັນຊາ ຈົ່ງສືບຕໍ່ເປັນເຈົ້າການຊີ້ນຳ-ນຳ ພາໃນການຄຸ້ມຄອງພາຫະນະ ອາວຸດ-ຍຸດໂທປະກອນ ທີ່ມີຢູ່ ແລ້ວ ນຳໃຊ້ໃຫ້ເກີດປະໂຫຍດສູງ ສຸດ ແລະ ໃຫ້ບັນລຸຕາມຄາດ ໝາຍ, ຍົກສູງຄວາມຮັບຜິດຊອບ ໃນການຊີ້ນຳ-ນຳພາກົມກອງໃຫ້ ເຕີບໃຫຍ່ຂະຫຍາຍຕົວເປັນ ກ້າວໆ. ໂດຍ: ນ໋ອດ ແສນຈົງຮັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ