ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະຊ່ຽວຊານ ກອງທັບປະຊາຊົນຫວຽດນາມ ສຳເລັດການເຮັດວຽກຢູ່ໂຮງຮຽນທະຫານຊາຍແດນ 712
ເວລາອອກຂ່າວ: 2022-01-26 08:55:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 562 | ຄວາມນິຍົມ:



ໃນວັນທີ 22 ມັງກອນ 2022, ໂຮງຮຽນທະຫານຊາຍແດນ 712 ໄດ້ຈັດພິທີສົ່ງຄະນະຊ່ຽວ ຊານ ກອງທັບປະຊາຊົນຫວຽດ ນາມ ຈຳນວນ 3 ສະຫາຍ ກັບຄືນ ປະເທດ, ພາຍຫຼັງທີ່ສຳເລັດປະ ຕິບັດໜ້າທີ່ ໃນການຊ່ວຍສ້າງໂຄງ ການຫຼັກສູດຊັ້ນກາງ, ໂຄງການ ສືບຂ່າວຊັ້ນຕົ້ນ, ແຜນການອົບ ຮົມ-ຫັດແອບ ແຕ່ວັນທີ 5 ກໍລະ ກົດ 2021 ເຖິງ 22 ມັງກອນ 2022. ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ຫົວໜ້າການ ທະຫານໂຮງຮຽນ ແລະ ພະນັກ ງານທີ່ກ່ຽວຂ້ອງ. ສະຫາຍ ພັນເອກ ສັກສົມ ບັດ ແກ້ວສິດທິວົງສາ ໄດ້ຕາງ ໜ້າຄະນະພັກ-ຄະນະອຳນວຍ ການໂຮງຮຽນທະຫານຊາຍແດນ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງຄະ ນະຊ່ຽວຊານ ກໍຄືກະຊວງປ້ອງ ກັນປະເທດ ສສ ຫວຽດນາມ ທີ່ເຫັນໄດ້ຄວາມໜາຍຄວາມ ສໍາຄັນ ແລະ ໃຫ້ການຊ່ວຍເຫຼືອ ໂຄງການຫຼັກສູດຕ່າງໆເຂົ້າໃນ ການອົບຮົມ-ຫັດແອບໃຫ້ ບັນດາ ຄູ-ອາຈານ ເພື່ອສິດສອນນັກ ຮຽນບໍາລຸງ ແລະ ກໍ່ສ້າງໃຫ້ເຂົ້າ ໃຈງ່າຍ ສາມາດກໍາທິດສະດີຫຼັກ ການພາກປະຕິບັດຕົວຈິງຮູ້ໝູນ ໃຊ້ບົດຮຽນຕາມພູມີປະເທດໄດ້ ຢ່າງວ່ອງໄວ. ຕະຫຼອດໄລຍະ ການປະຕິບັດໜ້າທີ່ຂອງຄະນະ ຊ່ຽວຊານກອງທັບປະຊາຊົນ ຫວຽດນາມ ຜ່ານມາ, ເຊິ່ງໄດ້ ຮ່ວມເຮັດວຽກກັບພະແນກອົບ ຮົມໂຮງຮຽນຈັດຕັ້ງເຝິກອົບຮົມ, ຖ່າຍຖອດບົດຮຽນ ແລະ ປະສົບ ການຕົວຈິງ, ທັງໃຫ້ຄຳປຶກສາ ແລະ ແນະນຳ, ປັບປຸງແບບແຜນ ວິທີອົບຮົມໃຫ້ບັນດາຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ ຮັບໝາກຜົນຢ່າງຈົບງາມ. ພ້ອມດຽວກັນນີ້, ຍັງໄດ້ອວຍ ພອນໃຫ້ຄະນະຊ່ຽວຊານວິທະ ຍາຄານປ້ອງກັນຊາຍແດນກອງ ທັບປະຊາຊົນຫວຽດນາມ ເດີນ ທາງກັບຄືນປະເທດດ້ວຍຄວາມ ສະຫວັດດີພາບ, ອວຍພອນໃຫ້ ສາຍພົວພັນມິດຕະພາບແບບ ພິເສດ, ຄູ່ຮ່ວມມືຍຸດທະສາດ ຮອບດ້ານ ລະຫວ່າງສອງພັກ-ສອງລັດ ສອງກອງທັບ ກໍຄື ປະ ຊາຊົນສອງຊາດ ລາວ ແລະ ຫວຽດ ນາມໃຫ້ນັບມື້ຈະເລີນງອກງາມ ແລະ ທະວີຄູນຂຶ້ນໄປເລື້ອຍໆ. ໂດຍ: ສົມພອນ ດວງສີລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ