ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ຈັດການແຂ່ງຂັນຍິງປືນ
ເວລາອອກຂ່າວ: 2022-01-26 08:54:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 578 | ຄວາມນິຍົມ:



ວັນທີ 21 ມັງກອນ 2022, ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ຈັດການແຂ່ງຂັນ ຍິງປືນ ອາກາແອັມ ຊີງຂັນອຳ ນວຍການໂຮງຮຽນ. ໂດຍການ ເປັນປະທານຂອງ ສະຫາຍ ພັນ ເອກ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ, ມີບັນດາແຂກຈາກກົມກອງ ອ້ອມຂ້າງ ແລະ ນັກກີລາຈາກ ຫຼາຍພາກສ່ວນເຂົ້າຮ່ວມ. ໃນການຈັດການແຂ່ງຂັນ ຄັ້ງນີ້, ເພື່ອເປັນການສ້າງຂະ ບວນການສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20 ມັງກອນ 1949-20 ມັງກອນ 2022) ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ ແລະ ເຕັມໄປດ້ວຍເນື້ອໃນຄວາມ ໝາຍອັນເລິກເຊິ່ງ, ທັງເປັນການ ຫວນຄືນ, ເສີມຂະຫຍາຍມູນ ເຊື້ອອັນສະຫງ່າ-ອົງອາດ, ພິ ລະອາດຫານຂອງກອງທັບ, ຍົກ ລະດັບການເຝິກແອບຮໍ່າຮຽນ ດ້ານສິລະປະຍຸດ-ຍຸດທະວິທີ ຂອງນາຍ ແລະ ພົນທະຫານໃຫ້ ມີຄຸນນະພາບສູງ, ພັດທະນາປັບ ປຸງກໍ່ສ້າງກອງທັບໃຫ້ເຂັ້ມແຂງ ມີແບບແຜນທັນສະໄໝຢ່າງບໍ່ ຢຸດຢັ້ງ. ພ້ອມທັງເປັນການເພີ່ມ ພູນຄູນສ້າງຄວາມສາມັກຄີຮັກ ແພງລະຫວ່າງກອງທັບກັບປະ ຊາຊົນ ເວົ້າລວມ, ເວົ້າສະເພາະ ແມ່ນບັນດາກົມກອງກັບພະແນກ ການ, ສະຖາບັນການສຶກສາ, ບໍ ລິສັດ, ອຳນາດການປົກຄອງ, ນິຕິບຸກຄົນໃຫ້ນັບມື້ແໜ້ນແຟ້ນ ຂຶ້ນເລື້ອຍໆ ແລະ ເພື່ອເປັນການ ລະດົມທຶນສົມທົບເຂົ້າໃນການ ປັບປຸງ-ກໍ່ສ້າງສະໜາມຫັດແອບ ຍິງປືນຂອງໂຮງຮຽນໃຫ້ໄດ້ມາດ ຕະຖານ, ເປັນລະບົບຄົບຊຸດ ຮັບ ປະກັນແກ່ການເຝິກແອບຮໍ່າ ຮຽນໃຫ້ມີປະສິດທິພາບສູງ. ໃນການແຂ່ງຂັນຄັ້ງນີ້, ມີນັກ ກີລາເຂົ້າຮ່ວມທັງໝົດ 38 ທີມ, ເຊິ່ງຄະນະທີ່ໄດ້ຮັບລາງວັນຊະ ນະເລີດແມ່ນທີມນັກຍິງບໍລິສັດ ບຸນຈະເລີນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 1.500.000 ກີບ, ຮອງຊະນະເລີດໄດ້ແກ່ທີມ ນັກຍິງ ບໍລິສັດ ອຸດົມຊັບ ໄດ້ຮັບ ຂັນ 1 ໜ່ວຍ ພ້ອມເງິນສົດ 1.000.000 ກີບ ແລະ ທີ 3 ໄດ້ແກ່ທີມນັກຍິງຫ້ອງສຶກສາ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 700.000 ກີບ. ໂດຍ: ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ