ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຊາວໜຸ່ມ ທະຫານເມືອງນາກາຍ ສ້າງຂະບວນການອອກແຮງງານລວມ
ເວລາອອກຂ່າວ: 2022-01-26 08:53:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 509 | ຄວາມນິຍົມ:



ວັນທີ 18 ມັງກອນ 2022, ຊາວໜຸ່ມກອງບັນຊາການທະ ຫານເມືອງນາກາຍ ແຂວງຄໍາ ມ່ວນ ໄດ້ສ້າງຂະບວນການອອກ ແຮງງານລວມ ເພື່ອຂໍ່ານັບຮັບ ຕ້ອນວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 73 ປີ ( 20 ມັງກອນ 1949-20 ມັງກອນ 2022 ) ໃນການສ້າງເດີ່ນກີລາ ບານສົ່ງ ປູດ້ວຍເບຕົງ ຂະໜາດ 12x23 ແມັດ, ມູນຄ່າທັງໝົດ 15.700.000 ກີບ. ໂດຍການ ນໍາພາຂອງ ສະຫາຍ ຮ້ອຍເອກ ສາຍຄໍາ ພົງວິເສດ ເລຂາຊາວໜຸ່ມ ກອງບັນຊາການທະຫານເມືອງ ນາກາຍ. ສະຫາຍ ຮ້ອຍເອກ ສາຍຄໍາ ພົງວິເສດ ໄດ້ລາຍງານໃຫ້ຮູ້ວ່າ: ການສ້າງເດີ່ນບານສົ່ງນີ້, ກໍເພື່ອ ເປັນການສ້າງຂະບວນການອອກ ແຮງງານລວມຂອງຊາວໜຸ່ມ ກອງບັນຊາການທະຫານເມືອງ ນາກາຍ ຕ້ອນຮັບວັນສໍາຄັນ ຕ່າງໆ ຂອງຊາດ, ຂອງກອງທັບ. ພ້ອມທັງອຳນວຍຄວາມສະດວກ ໃນການຫຼິ້ນກີລາໃຫ້ພະນັກງານ- ນັກຮົບພາຍໃນກົມກອງ ເພື່ອເປັນ ການເຝິກຝົນຮ່າງກາຍໃຫ້ມີ ຄວາມແຂງແຮງ ແລະ ມີຄວາມ ຊໍານານໃນດ້ານການຫຼິ້ນກີລາ ເພື່ອຮັບໃຊ້ກົມກອງ. ໂດຍການ ນຳໃຊ້ເງິນທຶນຂອງກອງບັນຊາ ການ, ຊາວໜຸ່ມ-ແມ່ຍິງ ຈໍານວນ ໜຶ່ງ ແລະ ໄດ້ຮັບການອຸປະຖໍາສົມ ທົບ ທຶນຈາກ ສະຫາຍ ພົນຈັດຕະ ວາພັນ ແສງ ບຸນພັນ 5.000.000 ກີບ, ສະຫາຍ ພັນເອກ ປາດຖະໜາ ບຸດທິຈັກ 1.000.000 ກີບ, ສະ ຫາຍພັນໂທ ສົມພິດ ແກ້ວວັນທອງ 1.000.000 ກີບ, ບັນດາຫ້ອງ ການພາຍໃນເມືອງ ນາກາຍ ແລະ ຫ້າງຮ້ານ ສົມທົບທຶນຈໍານວນ 3.000.000 ກີບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ