ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກະຊວງປ້ອງກັນປະເທດ ສະຫຼຸບວຽກງານປ້ອງກັນຊາດ ປະຈຳປີ 2021
ເວລາອອກຂ່າວ: 2022-01-26 08:45:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 542 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກ ງານປ້ອງກັນຊາດ ປະຈຳປີ 2021 ແລະ ວາງທິດທາງແຜນການ ປະຈຳປີ 2022 ຂອງກະຊວງ ປ້ອງກັນປະເທດ ໄດ້ຈັດຂຶ້ນໃນ ວັນທີ 25 ມັງກອນ 2022 ນີ້, ໂດຍການເປັນປະທານຂອງ ສະ ຫາຍ ພົນເອກ ຈັນສະໝອນ ຈັນ ຍາລາດ ກຳມະການກົມການ ເມືອງສູນກາງພັກ, ຮອງປະ ທານ, ຜູ້ປະຈໍາການຄະນະກໍາມະ ການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບສູນກາງ ຮອງນາ ຍົກລັດຖະມົນຕີ ລັດຖະມົນຕີກະ ຊວງປ້ອງກັນປະເທດ, ມີຄະນະ ພັກ-ຄະນະນໍາກະຊວງປ້ອງກັນ ປະເທດ, ບັນດາກົມໃຫຍ່, ຫ້ອງວ່າ ການກະຊວງ, ຄະນະພັກ-ຄະນະ ບັນຊາທີ່ເປັນຕົວແທນຈາກອົງ ການ, ກົມກອງກໍາລັງຫຼວງ-ກໍາ ລັງທ້ອງຖິ່ນ, ວິທະຍາຄານ, ໂຮງ ຮຽນ, ໂຮງໝໍ ເຂົ້າຮ່ວມ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວເປີດກອງ ປະຊຸມບາງຕອນວ່າ: ການດໍາ ເນີນກອງປະຊຸມໃນຄັ້ງນີ້ ແມ່ນ ນອນຢູ່ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າພວມສຸມໃສ່ຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງ ກັນປະເທດ, ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ພ້ອມດຽວກັນນັ້ນກໍ ສ້າງຂະບວນການຂໍ່ານັບຮັບ ຕ້ອນບັນດາວັນບຸນໃຫຍ່ທີ່ສໍາ ຄັນຂອງຊາດ, ຂອງພັກ ເປັນຕົ້ນ ແມ່ນວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 73 ປີ, ຕິດພັນ ກັບຂະບວນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ການກໍ່ສ້າງກອງ 3 ປອດ (ປອດ ໃສ, ປອດໄພ, ປອດຄະດີ), ການ ສ້າງກົມກອງວັດທະນະທໍາ ແລະ ນັກຮົບວັດທະນະທໍາ, ຂະບວນ ການແຂ່ງຂັນຮັກຊາດ ແລະ ພັດ ທະນາ ຢ່າງເປັນຂະບວນຟົດຟື້ນ. ໃນປີ 2021 ຜ່ານມາ ພາຍ ໃຕ້ການຊີ້ນໍາ-ນໍາພາຂອງຄະນະ ພັກກະຊວງປ້ອງກັນປະເທດ ກໍຄື ຄະນະພັກ-ຄະນະບັນຊາແຕ່ລະ ຂັ້ນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງ, ພວກເຮົາສາມາດຍາດໄດ້ຜົນ ສໍາເລັດໃນຫຼາຍດ້ານ ໂດຍສະ ເພາະແມ່ນຮັບປະກັນໃຫ້ປະເທດ ຊາດມີສະຖຽນລະພາບທາງ ດ້ານການເມືອງ, ມີຄວາມສະ ຫງົບ, ຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນຢ່າງໜັກ ແໜ້ນ ແລະ ມີຜົນສໍາເລັດເປັນ ຢ່າງດີ ເຮັດໃຫ້ບົດບາດອິດທິພົນ ຂອງຊາດລາວເຮົາ ພົ້ນເດັ່ນຂຶ້ນ ໃນເວທີສາກົນ ແລະ ພາກພື້ນ, ໃນນັ້ນກອງທັບເຮົາ ໄດ້ເປັນກໍາ ລັງຫຼັກແຫຼ່ງໃນການປ້ອງກັນບັນ ດາວັນບຸນ ແລະ ກອງປະຊຸມສໍາ ຄັນດັ່ງກ່າວມີຄວາມສະຫງົບ ປອດໄພ 100%, ສ້າງໄດ້ຄວາມ ເຊື່ອໝັ້ນ, ຄວາມໄວ້ວາງໃຈຈາກ ການນໍາພັກ-ລັດ ກໍຄືປະຊາຊົນ ລາວບັນດາເຜົ່າ. ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສັງເກດຕີລາຄາຄືນການຈັດ ຕັ້ງປະຕິບັດວຽກງານປ້ອງກັນ ຊາດ ໃນປີຜ່ານມາ ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍ ມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ ເພື່ອ ຄວາມເປັນເອກະພາບໃນການ ປັບປຸງກໍ່ສ້າງກອງທັບໃຫ້ມີການ ຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ພ້ອມ ນັ້ນຈະໄດ້ພ້ອມກັນຄົ້ນຄວ້າເປັນ ເອກະພາບທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2022. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຮຽກຮ້ອງໃຫ້ຜູ້ ເຂົ້າຮ່ວມຈົ່ງພ້ອມກັນຍົກສູງຈິດ ໃຈເປັນເຈົ້າຕົນເອງ, ເສີມຂະ ຫຍາຍປະຊາທິປະໄຕ ແລະ ມີ ຄວາມຮັບຜິດຊອບໃນການເບິ່ງ ບັນຫາ, ຕີລາຄາສະພາບການ ໃຫ້ຖືກຕ້ອງ, ພາວະວິໄສ, ຕ້ອງ ເບິ່ງຄືນບັນດາໜ້າວຽກທີ່ເຮັດ ໄດ້ ແລະ ບັນຫາທີ່ຫຍໍ້ທໍ້ ແລະ ຄົງຄ້າງ ເພື່ອຮັບປະກັນໃຫ້ແກ່ການກໍານົດທິດທາງວຽກງານຈຸດສຸມໃນປີ 2022 ໃຫ້ແທດ ເໝາະກັບສະພາບແວດລ້ອມຕົວ ຈິງຂອງກອງທັບເຮົາ, ບົນພື້ນ ຖານຊຸກຍູ້ຂະບວນການປະຕິບັດໜ້າທີ່ວຽກງານໃນດ້ານຕ່າງໆ ດ້ວຍຈິດໃຈບຸກທະລຸໃຫ້ມີການ ຫັນປ່ຽນທີ່ຕັ້ງໜ້າກວ່າເກົ່າ ແລະ ເກີດໝາກຜົນຕົວຈິງ. ກອງປະຊຸມ ດັ່ງກ່າວຈະໄດ້ດໍາເນີນໄປເປັນ ເວລາ 2 ວັນຈຶ່ງຈະສໍາເລັດ. ໂດຍ: ນາງ ນາລີ ທະວີພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ