ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 279 ປະກາດການເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2022-01-25 09:15:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1169 | ຄວາມນິຍົມ:



ວັນທີ 19 ມັງກອນ 2022, ຢູ່ກອງພັນໃຫຍ່ 279 ໄດ້ຈັດພິທີ ປະກາດການເລື່ອນຊັ້ນໃຫ້ນາຍ ທະຫານໃນກົມກອງ, ໂດຍການ ເປັນປະທານຂອງ ສະຫາຍ ພັນເອກ ບຸນຍັງ ແກ້ວດາມສີ ຫົວ ໜ້າການເມືອງ ກອງພັນໃຫຍ່ 279, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກອງພັນ, ກອງ ຮ້ອຍເອກະລາດ ຕະຫຼອດຮອດ ພະນັກງານທີ່ຮັບຊັ້ນໃໝ່ເຂົ້າ ຮ່ວມ. ສະຫາຍ ພັນໂທ ອ່ອນແກ້ວ ພົມມາສຸລີນ ຫົວໜ້າຂະແໜງພະ ນັກງານ ກອງພັນໃຫຍ່ 279, ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການ ເລື່ອນຊັ້ນໃຫ້ນາຍທະຫານຢູ່ ກອງພັນໃຫຍ່ 279, ໂດຍອີງ ຕາມກົດໝາຍ ນາຍທະຫານກອງ ທັບປະຊາຊົນລາວ (ສະບັບປັບ ປຸງ) ໃນພາກທີ II ໝວດທີ 3 ມາດ ຕາ 22 ແລະ ມາດຕາ 23 ວ່າ ດ້ວຍ ການເລື່ອນຊັ້ນໃຫ້ນາຍທະ ຫານ, ອີງຕາມ ການຄົ້ນຄວ້ານໍາ ສະເໜີຂອງກົມໃຫຍ່ການເມືອງ ກອງທັບ. ໃນນັ້ນ, ກະຊວງປ້ອງ ກັນປະເທດ ຕົກລົງເລື່ອນຊັ້ນໃຫ້ ນາຍທະຫານຢູ່ກອງພັນໃຫຍ່ 279 ຄື: ເລື່ອນຊັ້ນຮ້ອຍເອກ ຂຶ້ນ ພັນຕີ 7 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 26 ສະ ຫາຍ, ເລື່ອນຊັ້ນຮ້ອຍຕີ ຂຶ້ນ ຮ້ອຍ ໂທ 4 ສະຫາຍ, ເລື່ອນຊັ້ນວາທີ ຂຶ້ນ ຮ້ອຍຕີ 33 ສະຫາຍ. ໂອກາດນີ້, ສະຫາຍ ພັນເອກ ບຸນຍັງ ແກ້ວດາມສີ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍ, ພ້ອມທັງ ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນ ຕໍ່ນາຍທະຫານທີ່ໄດ້ຮັບການ ເລື່ອນຊັ້ນໃໝ່, ເຊິ່ງເນັ້ນໝັກໃຫ້ ແຕ່ລະສະຫາຍສືບຕໍ່ເຝິກຝົນຫຼໍ່ ຫຼອມຕົນເອງໃນທຸກດ້ານ, ດຸໝັ່ນ ຄົ້ນຄວ້າຮໍ່າຮຽນ, ກໍາແໜ້ນແນວ ທາງນະໂຍບາຍຂອງພັກ ຂໍ້ກຳ ນົດ ກົດລະບຽບຂອງກອງທັບ, ປະຕິບັດມະຕິຄໍາສັ່ງຂອງຂັ້ນ ເທິງຢ່າງເຂັ້ມງວດ, ຍົກສູງຄວາມ ຮັບຜິດຊອບຕໍ່ໜ້າທີ່ເມືອງທີ່ໄດ້ ຮັບມອບໝາຍ, ເພີ່ມທະວີຄວາມ ສາມັກຄີໃຫ້ໜັກແໜ້ນກວ້າງ ຂວາງ, ພ້ອມກັນປັບປຸງກໍໍໍ່ສ້າງ ກົມກອງ ແລະ ພ້ອມກັນເຮັດສຳ ເລັດໜ້າທີ່ການເມືອງຂອງກົມ ກອງ. ໂດຍ: ສາຄອນ ສຸລິເຍດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ