ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກະຊວງສາທາລະນະສຸກ ມອບລົດ ກູ້ໄພສຸກເສິນໃຫ້ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2022-01-25 08:55:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 283 | ຄວາມນິຍົມ:



ໃນວັນທີ 21 ມັງກອງ 2022 ນີ້, ກະຊວງສາທາລະນະສຸກ ນຳ ໂດຍ ສະຫາຍ ດຣ ບຸນແຝງ ພູມມະ ໄລສິດ ລັດຖະມົນຕີກະຊວງສາ ທາລະນະສຸກ ໄດ້ນຳເອົາລົດກູ້ ໄພສຸກເສິນ(Ambulance)ຈໍາ ນວນ 1 ຄັນ ມາມອບໃຫ້ກະຊວງ ປ້ອງກັນປະເທດ ໂດຍການກ່າວ ຮັບຂອງ ສະຫາຍ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ ພ້ອມຄະນະ ເພື່ອເປັນການປະກອບ ສ່ວນຊ່ວຍເຫຼືອກໍຄືຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງ ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະ ຍາດໂຄວິດ-19 ບໍລິການຮັບໃຊ້ເຂົ້າໃນວຽກງານວິຊາສະເພາະ ໃນການຂົນສົ່ງຄົນເຈັບສຸກເສີນ ແລະ ຄົນເຈັບທົ່ວໄປ ໃຫ້ມີຄວາມ ສະດວກ, ວ່ອງໄວ, ປອດໄພ ແລະ ທັນການ. ໂອກາດນີ້, ສະຫາຍ ພົນຕີ ວົງຄໍາ ພົມມະກອນ ໄດ້ສະແດງຄວາມ ຂອບໃຈ ແລະ ສະແດງຄວາມຮູ້ ບຸນຄຸນຕໍ່ທາງກະຊວງ ສາທາລະ ນະສຸກ ທີ່ໄດ້ນຳເອົາລົດດັ່ງກ່າວ ມາມອບໃຫ້ໃນ ຄັ້ງນີ້, ເຊິ່ງເຫັນໄດ້ ຄວາມໝາຍຄວາມສຳຄັນຂອງ ວຽກງານປ້ອງກັນຊາດ, ປ້ອງ ກັນຄວາມສະຫງົບ, ກໍຄືວຽກ ງານການແພດ ເພື່ອປະຕິບັດໜ້າທີ່ ອັນສຳຄັນໃນການຄວບຄຸມຕ້ານ ແລະ ສະກັດກັ້ນພະຍາດ ໂຄວິດ-19, ສະແດງໃຫ້ເຫັນເຖິງ ຄວາມ ຮັກແພງ ແລະ ສາມັກຄີຊ່ວຍເຫຼືອ ເຊິ່ງກັນ ແລະ ກັນຕະຫຼອດມາ ບໍ່ ວ່າໃນຍາມໃດກໍຕາມຮັກສາໄດ້ ມູນເຊື້ອອັນສະຫງ່າງາມຂອງ ກົມກອງ ກໍຄືກອງທັບກັບປະຊາ ຊົນລາວ ດັ່ງຄຳຂວັນທີ່ ວ່າ: (ກອງທັບກັບປະຊາຊົນຄືປາ ກັບນ້ຳ), ພ້ອມທັງໃຫ້ຄຳໝັ້ນສັນ ຍາວ່າຈະນໍາໃຊ້ລົດດັ່ງກ່າວເຂົ້າໃນວຽກງານວິຊາສະເພາະໃຫ້ມີ ປະສິດທິຜົນສູງ. ໂອກາດດຽວກັນ ນີ້ ສະຫາຍຮອງລັດຖະມົນຕີ ກະ ຊວງປ້ອງກັນປະເທດ ກໍໄດ້ມອບ ຕໍ່ລົດຄັນດັ່ງກ່າວໃຫ້ແກ່ສູນເສຍ ອົງຄະພິເສດ 790 ແລະ 489 ເພື່ອນໍາໄປຮັບໃຊ້ຂົນສົງຄົນເຈັບຢູ່ທັງສອງສູນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ