ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະກອງພັນໃຫຍ່ 302 ອວຍພອນ ພະນັກງານບຳນານ
ເວລາອອກຂ່າວ: 2022-01-24 10:04:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1619 | ຄວາມນິຍົມ:



ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 73 ປີ, ໃນລະຫວ່າງວັນທີ 15-16 ມັງກອນ 2022, ຄະ ນະພັກ-ຄະນະບັນຊາ ກອງພັນ ໃຫຍ່ 302 ໄດ້ຈັດຕັ້ງອວຍພອນ ສະຫາຍ ພັນໂທ ຄາມມະນີ ສີລາ ສົງ ອະດີດຫົວໜ້າພະແນກເຕັກ ນິກ, ສະຫາຍ ພັນຕີ ສົມລິດ ເຮື່ອງ ໄຊອຸດົມ ອະດີດຮອງຫົວໜ້າພະ ແນກບໍລິຫານ ກອງພັນໃຫຍ່ 302, ສະຫາຍ ຮ້ອຍຕີ ສົມລິດ ຈິດວິລະພົນ ອະດີດຫົວໜ້າໝວດ ກອງຮ້ອຍຊ່າງແສງ ພະນັກງານ ບຳນານ, ເຊິ່ງນຳໂດຍ ສະຫາຍ ພັນໂທ ຄຳພູ ພັນທະມາດ ຫົວໜ້າ ພະແນກການເມືອງ, ກອງພັນ ໃຫຍ່ 302 ພ້ອມດ້ວຍຄະນະ ແລະ ຜູ້ຕາງໜ້າບັນດາຂະແໜງການ ທີ່ກ່ຽວ ຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳພູ ພັນທະ ມາດ ໄດ້ຕາງໜ້າ ຄະນະພັກ-ຄະ ນະບັນຊາ ກອງພັນໃຫຍ່ 302 ກມອບກະຕ່າຂອງຂວັນໃຫ້ພະ ນັກງານບຳນານ ທັງ 3 ສະຫາຍ ພ້ອມກ່າວຄວາມຢື້ຢາມຖາມ ຂ່າວຄວາມສາມັກຄີຮັກແພງອັນ ອົບອຸ່ນ ແລະ ຄຳອວຍພອນໄຊ ອັນປະເສີດມາຍັງ 3 ສະຫາຍ ພ້ອມດ້ວຍຄອບຄົວ ຈົ່ງມີສຸຂະ ພາບເຂັ້ມແຂງ, ມີພາລະນາໄມ ສົມບູນ ມີຄວາມສຸກໃນຊີວິດ ສ່ວນຕົວ ແລະ ຄອບຄົວປະສົບ ຜົນສຳເລັດໃນການສ້າງສາພັດ ທະນາເສດຖະກິດຄອບຄົວໃຫ້ ມີຄວາມເຂັ້ມແຂງ, ເປັນແບບ ຢ່າງໃນການດຳລົງຊີວິດ, ສ້າງ ເສດຖະກິດຄອບຄົວໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງບ້ານ ເມືອງ, ເພີ່ມທະວີຄວາມສາມັກຄີກັບອຳນາດການປົກຄອງທ້ອງຖິ່ນ, ເປັນເຈົ້າການຊີ້ນຳວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຂັ້ນຮາກຖານໃຫ້ມີຄວາມສະຫງົບໂດຍພື້ນຖານ. ໂດຍ: ພອນແກ້ວ ວິໄລສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ