ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານເມືອງຈອມເພັດ ແຂວງຫຼວງພະບາງ ສະຫຼຸບວຽກງານຮອບດ້ານ
ເວລາອອກຂ່າວ: 2022-01-24 10:03:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1396 | ຄວາມນິຍົມ:



ວັນທີ 11 ມັງກອນ 2022, ກອງບັນຊາການທະຫານເມືອງ ຈອມເພັດ ແຂວງຫຼວງພະບາງ ໄດ້ສະຫຼຸບວຽກງານຮອບດ້ານ ປະຈຳປີ 2021 ແລະ ວາງທິດ ທາງແຜນການ ປີ 2022, ໂດຍ ການເປັນປະທານຂອງ ສະຫາຍ ພັນໂທ ອານູ ເພັດສຸດາວົງ ຫົວໜ້າ ການເມືອງ ກອງບັນຊາການທະ ຫານເມືອງຈອມເພັດ, ມີຄະນະ ພັກ-ຄະນະບັນຊາ ກອງບັນຊາ ການ ປກຊ-ປກສ ເມືອງ, ກອງ ຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ແກ່ນຈັນ ລັດ ຕະວົງ ຫົວໜ້າພະແນກບໍລິຫານ ກອງບັນຊາການທະຫານເມືອງ ຈອມເພັດ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດໜ້າທີ່ວຽກ ງານຮອບດ້ານ ປະຈຳປີ 2021, ໄດ້ຍົກໃຫ້ເຫັນຂົງເຂດວຽກງານ ເຮັດໃຫ້ສະພາບມີຄວາມສະຫງົບ, ເຊິ່ງໄດ້ຈັດຕັ້ງຫັນລົງກໍ່ສ້າງຮາກຖານການເມືອງ, ປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ, ສໍາເລັດ ການປະເມີນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມ ແຂງໄດ້ 8 ບ້ານ, ມີ 968 ຄອບຄົວ ເທົ່າກັບ 58,3%. ຂົງເຂດວຽກ ງານປັບປຸງກໍ່ສ້າງກໍາລັງດ້ານ ການເມືອງ ໄດ້ເອົາໃຈໃສ່ສຶກ ສາອົບຮົມການເມືອງ-ນໍາພາ ແນວຄິດໃຫ້ພະນັກງານ-ນັກຮົບ ດ້ວຍການນໍາເອົາເອກະສານລະ ບຽບ ກົດໝາຍຂອງລັດ, ມະຕິຄໍາ ສັ່ງຂອງພັກ, ລະບຽບວິໄນຂອງ ກອງທັບ ແລະ ປະຫວັດມູນເຊື້ອ ສໍາຄັນຕ່າງໆມາເປັນເນື້ອໃນ ຕົ້ນ ຕໍ່ສາມາດເຮັດໃຫ້ພະນັກງານ- ນັກຮົບ ມີຄວາມໜັກແໜ້ນທາງ ດ້ານການເມືອງ ແລະ ເຂັ້ມແຂງ ທາງດ້ານການຈັດຕັ້ງ. ພ້ອມກັນ ນີ້, ຍັງໄດ້ປັບປຸງກໍ່ສ້າງກໍາລັງ ດ້ວຍການຈັດຕັ້ງອົບຮົມ-ຫັດ ແອບປະຈໍາເດືອນ, ໄຕມາດ ແລະ ປະຈໍາປີ ເພື່ອກຽມພ້ອມສູ້ຮົບ ທຸກເງື່ອນໄຂ, ຈັດຕັ້ງປ້ອງກັນ ໂຄງການຂອງລັດ, ສໍານັກງານ ອົງການຂັ້ນເມືອງ, ເຄື່ອນໄຫວ ສາລະເວເວນຍາມ ແລະ ເປີດ ອົບຮົມ-ຫັດແອບບັນດາໂຮງ ຮຽນ ຈໍານວນ 3 ແຫ່ງ, ອົບຮົມ ໃຫ້ກໍາລັງກອງຫຼອນຈຳນວນ 2 ກຸ່ມບ້ານ: ກຸ່ມຫ້ວຍຊາຍຂາວ ແລະ ກຸ່ມນ້ຳລືມ, ພ້ອມທັງປະ ກອບອາວຸດໃຫ້ກໍາລັງກອງຫຼອນ ໃນ 13 ບ້ານ. ນອກຈາກນີ້, ຍັງໄດ້ ຊຸກຍູ້ຊີ້ນໍາອົງການຈັດຕັ້ງມະຫາ ຊົນສ້າງຂະບວນການຕ່າງໆ ຂອງເມືອງ ແລະ ກົມກອງໄດ້ 41 ຄັ້ງ, ມີແຮງງານທັງໝົດ 212 ແຮງງານ. ວຽກງານພະ ລາທິການ ກົມກອງມີສັດລ້ຽງປະ ເພດງົວ 43 ໂຕ, ແບ້, ໝູ 64 ໂຕ, ລ້ຽງປາ, ກົບ 8.000 ກວ່າໂຕ, ສັດປີກ 360 ກວ່າໂຕ. ນອກຈາກ ນີ້ ຍັງສໍາເລັດການກໍ່ສ້າງຫ້ອງ ການປະຈໍາການ 1 ຫຼັງ ມູນຄ່າ 85.500.000 ກີບ, ຫ້ອງການ ຢູ່ຊາຍແດນເມືອງຈອມເພັດ-ເມືອງຫົງສາ 1 ຫຼັງ, ໃນມູນຄ່າ 145.341.000 ກີບ. ໂອກາດ ດຽວກັນນີ້, ຍັງໄດ້ມອບໃບຍ້ອງ ຍໍຂັ້ນເມືອງ ຈໍານວນ 64 ໃບ, ປະກາດການເລື່ອນຊັ້ນຮ້ອຍ ເອກ ຂຶ້ນ ພັນຕີ 1 ສະຫາຍ, ຮ້ອຍ ຕີ ຂຶ້ນ ຮ້ອຍໂທ 5 ສະຫາຍ ແລະ ວາທີ ຂຶ້ນ ຮ້ອຍຕີ 1 ສະຫາຍຕື່ມ ອີກ. ໂດຍ : ສຸລິພົນ ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ