ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນທິດສະດີການເມືອງກອງທັບ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ
ເວລາອອກຂ່າວ: 2022-01-24 09:50:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 403 | ຄວາມນິຍົມ:



ວັນທີ 18 ມັງກອນ 2022 ນີ້, ໂຮງຮຽນທິດສະດີການ ເມືອງກອງທັບໄດ້ຈັດຕັ້ງປາຖະ ກະຖາວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 73 ປີ (20 ມັງກອນ 1949-20 ມັງ ກອນ 2022) ໂດຍການເຂົ້າ ຮ່ວມເປັນປະທານ ແລະ ປາຖະ ກະຖາຂອງ ສະຫາຍ ພົນຕີ ສອນ ທອງ ພົມລາວົງ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອໍານວຍ ການ, ຄະນະຫ້ອງ, ຄະນະວິຊາ ຄູ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ປາຖະກະຖາທົບ ທວນຫວນຄືນວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 73 ປີ ເຊິ່ງໄດ້ຍົກໃຫ້ເຫັນບັນດາຜົນ ງານທີ່ພົ້ນເດັ່ນໃນການຕໍ່ສູ້ ແລະ ການກຳເນີດເຕີບໃຫຍ່ຂະຫຍາຍ ຕົວ ໃນແຕ່ລະໄລຍະນັບແຕ່ປະກາດສ້າງຕັ້ງກອງທັບປະຊາຊົນ ລາວ ໃນວັນທີ 20 ມັງກອນ ປີ 1949 ເປັນຕົ້ນມາ ກອງທັບ ຂອງພວກເຮົາໄດ້ເຕີບໃຫຍ່ເຂັ້ມ ແຂງ ທັງປະເຊີນໜ້າກັບສັດຕູ ອັນຮ້າຍກາດທີ່ເຂົ້າມາຮຸກຮານ ແຕ່ກອງທັບປະຊາຊົນລາວກໍ ເດັດດ່ຽວໜຽວແໜ້ນ ມີຄວາມ ສາມັກຄີຕໍ່ສູ້ກັບສັດຕູຢ່າງເຂັ້ມ ແຂງສູ້ຮົບມີໄຊ ຍິ່ງຕີຍິ່ງໄດ້ຮັບ ໄຊຊະນະ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມ ແຂງ ແລະ ນຳເອົາໄຊຊະນະນີ້ ໄປສູ່ໄຊຊະນະໃໝ່ ຈົນສາມາດ ປົດປ່ອຍປະເທດຊາດ ແລະ ສະ ຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສົມບູນໃນວັນທີ 2 ທັນ ວາ 1975, ເຊິ່ງເວລາໃດກອງ ທັບກໍນຳໜ້າທຸກວຽກງານຢ່າງ ເດັດດ່ຽວໜຽວແໜ້ນ ຜ່ານຜ່າ ອຸປະສັກເຮັດສຳເລັດໜ້າທີ່ ຕີ ເອົາຊະນະສັດຕູທຸກໂຕ ສົມແລ້ວ ທີ່ເປັນກໍາລັງແກ່ນສານທີ່ເຂັ້ມ ແຂງຂອງການປະຕິວັດ ເປັນ ເຄື່ອງມືອັນແຫຼມຄົມ ແລະ ເປັນ ກອງທັບວິລະຊົນຂອງຊາດລາວ. ການປາຖະກະຖາຄັ້ງນີ້ເພື່ອ ເຮັດໃຫ້ນາຍ ແລະ ພົນທະຫານ ທົ່ວໂຮງຮຽນທິດສະດີການເມືອງ ກອງທັບໄດ້ຮັບຮູ້ ແລະ ເຊື່ອມ ຊຶມເຂົ້າໃຈເຖິງບັນຫາເຫດການ, ການເຄື່ອນໄຫວໃນແຕ່ລະໄລຍະ ບົນເສັ້ນທາງປະຕິວັດອັນລະອິດ ລະອ້ຽວ, ເສຍສະຫຼະເລືອດເນື້ອ ເພື່ອການປະຕິວັດແຕ່ລະໄລຍະ ໃຫ້ພະນັກງານ-ນັກຮົບໄດ້ຖື ເອົາແບບແຜນຄຸນງາມຄວາມ ດີ, ຄວາມອົງອາດກ້າຫານຂອງ ພະນັກງານປະຕິວັດອາວຸໂສຮຸ່ນ ກ່ອນມາໝູນໃຊ້ເຂົ້າໃນໜ້າທີ່ ວຽກງານຕົວຈິງຂອງໂຮງຮຽນ ໃຫ້ໄດ້ຮັບປະສິດທິພາບສູງ. ໂດຍ: ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ