ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ໂອນ ອາຄານໂດຍສານຫຼັງເກົ່າ ແລະ ການແບ່ງເຂດຄຸ້ມຄອງ ສະໜາມບິນຫຼວງພະບາງ
ເວລາອອກຂ່າວ: 2022-01-21 13:46:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 676 | ຄວາມນິຍົມ:



ພິທີມອບ-ໂອນ ອາຄານ ໂດຍສານຫຼັງເກົ່າ ແລະ ການແບ່ງ ເຂດຄຸ້ມຄອງ ສະໜາມບິນຫຼວງ ພະບາງ ລະຫວ່າງ ແຂວງຫຼວງ ພະບາງ ກັບ ກະຊວງປ້ອງກັນ ປະເທດ ແລະ ກົມການບິນພົນ ລະເຮືອນ ກັບ ກອງບັນຊາການ ທະຫານອາກາດ (ກທອ) ໄດ້ ຈັດຂຶ້ນໃນວັນທີ 14 ມັງກອນ 2022 ນີ້, ຢູ່ທີ່ຫ້ອງປະຊຸມສານ ທະຫານພາກເໜືອແຂວງຫຼວງ ພະບາງ ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ວົງຄຳ ພົມ ມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ທ່ານ ມອນໄຊ ລາມົວຊົງ ຮອງ ເຈົ້າແຂວງ ແຂວງຫຼວງພະບາງ, ຄະນະນຳກະຊວງປ້ອງກັນປະ ເທດ, ກທອ, ກົມການບິນພົນລະ ເຮືອນ, ແຂວງຫຼວງພະບາງ ແລະ ລາວເດີນອາກາດ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມ. ໂດຍປະຕິບັດຕາມດຳລັດ ຂອງນາຍົກລັດຖະມົນຕີ ແລະ ແຈ້ງການ ຂອງຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ ວ່າ ດ້ວຍ ການເຫັນດີໂອນອາຄານ ໂດຍສານຫຼັງເກົ່າ ພ້ອມດ້ວຍ ລານຈອດເຮືອບິນ ທີ່ສະໜາມບິນ ຫຼວງພະບາງ ຈາກການຄຸ້ມຄອງ ຂອງ ແຂວງຫຼວງພະບາງ ໃຫ້ ກະຊວງປ້ອງກັນປະເທດ ສືບຕໍ່ ຈັດຕັ້ງຄຸ້ມຄອງ ແລະ ນຳໃຊ້ສະ ໜາມບິນຮ່ວມກັນ ລະຫວ່າງການ ບິນກອງທັບ ແລະ ການບິນພົນ ລະເຮືອນ. ໂດຍຜ່ານການຄົ້ນ ຄວ້າປຶກສາຫາ ຮ່ວມກັນລະ ຫວ່າງພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນກະຊວງການເງີນ ຮ່ວມ ກັບອົງການປົກຄອງແຂວງ ຫຼວງ ພະບາງ, ກທອ ກະຊວງປ້ອງກັນ ປະເທດ, ກົມການບິນພົນລະ ເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ ມາຮອດປັດຈຸບັນ ເຫັນວ່າ ມີຄວາມພ້ອມ ມອບ- ໂອນ ອາຄານຫຼັງເກົ່າ ແລະ ລານ ຈອດເຮືອບິນ ໂດຍຕາງໜ້າກ່າວ ມອບຂອງ ທ່ານ ຄິນຄຳ ເລັ່ງສະ ຫວັດ ຫົວໜ້າພະແນກການເງິນ ແຂວງຫຼວງພະບາງ ແລະ ທ່ານ ວຽງໄຊ ສິງຄໍາ ຫົວໜ້າ ກົມການ ບິນພົນລະເຮືອນ ກ່າວມອບ ອາ ຄານໂດຍສານຫຼັງເກົ່າ ແລະ ລານຈອດເຮືອບິນ ທີ່ສະໜາມບິນ ຫຼວງພະບາງ ຈາກການຄຸ້ມຄອງ ແຂວງຫຼວງພະບາງໃຫ້ ກທອ ກະຊວງປ້ອງກັນປະເທດ ຄຸ້ມ ຄອງປົກປັກຮັກສາ ແລະ ນຳໃຊ້ ຮ່ວມກັນ ລະຫວ່າງ ການບິນກອງ ທັບ ແລະ ການບິນພົນລະເຮືອນ ພາຍໃຕ້ການຊີ້ນໍາ-ຄຸ້ມຄອງ ຂອງ ກທອ. ຕາງໜ້າກະຊວງ ປ້ອງກັນປະເທດຂຶ້ນກ່າວຮັບ ໂດຍສະຫາຍ ພົນຈັດະວາ ບຸນມາ ຈັນທະວົງສາ ຮອງຫົວໜ້າ ກທອ ພ້ອມນັ້ນ ໃນພິທີຍັງໄດ້ລົງນາມ ເຊັນບົດບັນທຶກຮ່ວມກັນທັງສາມ ພາກສ່ວນ. ໂດຍ: ສີທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ