ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໄດ້ຮັບລາງວັນພັດທະນາດີເດັ່ນຂອງອາຊຽນ
ເວລາອອກຂ່າວ: 2022-01-20 08:52:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ແຫຼ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດເຍືອງ ໄດ້ຮັບລາງວັນ ແຫຼ່ງທ່ອງທ່ຽວພັດທະນາດີເດັ່ນ ແບບປະຊາຊົນ ມີສ່ວນຮ່ວມຍືນ ຍົງອາຊຽນ ປີ 2021 ເຊິ່ງຈັດຂຶ້ນ ຢູ່ປະເທດກໍາປູເຈຍ ທ່ານ ນາງ ສອນທິດາ ອຸນາພົມ ຜູ້ອໍານວຍການ ບໍລິສັດ ພັດທະນາແຫຼ່ງທ່ອງທ່ຽວນໍ້າ ຕົກຕາດເຍືອງ ໄດ້ໃຫ້ຮູ້ວ່າ: ແຫຼ່ງ ທ່ອງທ່ຽວຂອງພວກເຮົາໄດ້ຈັດ ໃຫ້ມີຫຼາກຫຼາຍກິດຈະກໍາ ເພື່ອ ແນໃສ່ຊຸກຍູ້ສົ່ງເສີມຈາກ ໂຄງ ການພັດທະນາພື້ນຖານໂຄງລ່າງ ສົ່ງເສີມການທ່ອງທ່ຽວ (ADB) ແລະ ການເລີ່ມຕົ້ນທີ່ກຽມຈະເປີດ ຮັບນັກທ່ອງທ່ຽວນີ້, ກໍໄດ້ຮັບ ການຊຸກຍູ້ສົ່ງເສີມຈາກ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ( ຖວທ) ພາກ ສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນລວມທັງການ ປະດັບປະດາ, ອະນາໄມສະຖານ ທີ່, ຈຸດຊົມວິວ ແລະ ອື່ນໆ. ສ່ວນ ການກຽມພ້ອມຕ້ອນຮັບນັກ ທ່ອງທ່ຽວຢູ່ແຫຼ່ງທ່ອງທ່ຽວນໍ້າ ຕົກຕາດເຍືອງນີ້, ປັດຈຸບັນແມ່ນ ໄດ້ກຽມພ້ອມຫຼາຍດ້ານຕາມ ທີ່ຄະນະສະເພາະກິດວາງອອກ ເຊັ່ນ ພະນັກງານໄດ້ສັກວັກຊີນ, ມີຈຸດວັດແທກອຸນຫະພູມ, ເຈວ ລ້າງມື ແລະ ມາດຕະການ ອື່ນໆ. ທ່ານ ນາງ ສອນທິດາ ອຸນາພົມ ຍັງໃຫ້ຮູ້ອີກວ່າ: ບໍລິສັດ ພັດທະນາ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໄດ້ດຳເນີນກິດຈະການໃນຮູບ ແບບປະຊາຊົນມີສ່ວນຮ່ວມ ໂດຍໄດ້ຊຸກຍຸ້ສົ່ງເສີມປະຊາຊົນ ໃນເຂດແຫຼ່ງທ່ອງທ່ຽວ ໂດຍສະ ເພາະປະຊາຊົນບ້ານຫຼັກ 40 ແລະ ບ້ານອື່ນໆ ປູກພືດຜັກປອດສານ ພິດ ເພື່ອສະໜອງໃຫ້ແກ່ແຫຼ່ງ ທ່ອງທ່ຽວ, ສົ່ງເສີມສິລະປະ ວັດ ທະນະທໍາທີ່ເປັນເອກະລັກຂອງ ປະຊາຊົນ, ຊຸກຍູ້ດ້ານການສຶກສາ ແກ່ລູກຫຼານປະຊາຊົນ, ສົ່ງເສີມ ລູກຫຼານຜູ້ທີ່ມີພອນສະຫວັນ ແລະ ຊ່ວຍໃຫ້ເຂົາເຈົ້າໄດ້ມີວຽກເຮັດ ງານທຳຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ