ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານເມືອງລະຄອນເພັງ ຫັດແອບຍິງລູກປືນແທ້ ປະຈຳປີ 2021
ເວລາອອກຂ່າວ: 2022-01-20 08:50:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1901 | ຄວາມນິຍົມ:



ໃນວັນທີ 12 ມັງກອນ 2022 ນີ້, ກອງບັນຊາການທະ ຫານເມືອງລະຄອນເພັງ ແຂວງ ຄໍາມ່ວນ ໄດ້ຈັດຕັ້ງຫັດແອບຍິງ ລູກປືນແທ້ໃຫ້ພະນັກງານ-ນັກຮົບ ປະຈຳປີ 2021 ຢູ່ທີ່ສະໜາມຫັດ ແອບຂອງກົມກອງ ໂດຍເຂົ້າຮ່ວມ ມີ ສະຫາຍ ແກ້ວຜາ ສີລາດວງໃຈ ຮອງປະທານ ປກຊ-ປກສ ຂັ້ນ ເມືອງ, ມີ ສະຫາຍ ພັນໂທ ບົວໄລ ພົງສະຫວັດ ຮອງຫົວໜ້າຫ້ອງ ເສນາທິການທະຫານ ແຂວງສາ ລະວັນ, ມີບັນດາຄະນະນຳຂອງ ເມືອງ, ພະແນກການທີ່ກ່ຽວຂ້ອງ, ບັນດາຫົວໜ້າຫ້ອງການ-ອົງ ການທຽບເທົ່າອ້ອມຂ້າງເມືອງ ແລະ ພະນັກງານ-ນັກຮົບ ເຂົ້າ ຮ່ວມ. ການຫັດແອບຍິງລູກປືນ ແທ້ໃນຄັ້ງນີ້ເພື່ອເປັນການກວດ ກາຄືນຜ່ານການອົບຮົມຫັດ ແອບການເມືອງ, ການທະຫານ ແລະ ພະລາທິການ ປະຈຳປີ 2021 ແລະ ເປັນການສ້າງຄວາມ ຊິນເຄີຍໃຫ້ແກ່ພະນັກງານ-ນັກ ຮົບ ໃນການປະສານສຽງແຕກ ຍິງລູກປືນແທ້ ເພື່ອນໍາໄປໝູນໃຊ້ ເຂົ້າໃນການເຄື່ອນໄຫວເຮັດໜ້າ ທີ່ວຽກງານຕົວຈິງຢ່າງມີຜົນ ສຳເລັດ, ຜ່ານການອົບຮົມຫັດ ແອບຍິງລູກປືນແທ້ ບົດຈັ້ງທ່າ ກາງເວັນ ຂັ້ນເກັ່ງໄດ້ 16 ສະ ຫາຍ, ກາງ 15 ສະຫາຍ, ຄາດ ໝາຍ 3 ສະຫາຍ ຕີລາຄາຄວາມ ຮັບຮູ້ເຂົ້າໃຈ ຂອງພະນັກງານ-ນັກຮົບ ເທົ່າກັບ 90% ແລະ ສາ ມາດຮັບປະກັນຄວາມປອດໄພ 100%. ໂອກາດນີ້, ສະຫາຍ ແກ້ວຜາ ສີລາດວງໃຈ ໄດ້ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາຕະຫຼອດ ຮອດພະນັກງານ-ນັກຮົບໃນ ກົມກອງ ສືບຕໍ່ຍົກສູງຄວາມຮັບ ຜິດຊອບຕໍ່ໜ້າທີ່ການເມືອງຂອງ ຕົນຕາມການມອບໝາຍ, ເສີມ ຂະຫຍາຍມູນເຊື້ອອັນດີງາມ ຂອງກອງທັບ ແລະ ຕ້ອງໄດ້ເປັນ ເຈົ້າການໃນການນຳແນວທາງ ປກຊ-ປກສ ລົງຈັດຕັ້ງຜັນຂະ ຫຍາຍໃຫ້ທົ່ວເຖິງ ເຮັດໃຫ້ວຽກ ງານ ປກຊ- ປກສ ກາຍເປັນຂອງ ທົ່ວປວງຊົນຮອບດ້ານ. ໂດຍ: ບຸນທະວີ ຄັນທະລືໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ