ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ອົງການຈັດຕັ້ງມະຫາຊົນ ວກ ມອບເຄື່ອງຊຸກຍູ້ ຢູ່ພາກສະໜາມ
ເວລາອອກຂ່າວ: 2022-01-19 09:03:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 826 | ຄວາມນິຍົມ:



ວັນທີ 13 ມັງກອນ 2022 ອົງການຈັດຕັ້ງມະຫາຊົນ ທົ່ວ ວິທະຍາຄານ ກົມມະດໍາ (ວກ) ໄດ້ເຄື່ອນໄຫວມອບເຄື່ອງບໍລິ ໂພກຊຸກຍູ້ ໃຫ້ພາກສ່ວນຊ້ອມ ຮົບຜູ້ບັນຊາ-ອົງການ 2 ຂັ້ນ ຝ່າຍດຽວ, ປະສານເຫຼົ່າຍິງລູກ ປືນແທ້, ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 73 ປີ (20 ມັງກອນ 1949-20 ມັງກອນ 2022). ໂດຍການກ່າວມອບຂອງ ສະຫາຍ ພັນໂທ ບົວໄລ ພັນທະວົງ ຮອງ ຫົວໜ້າຫ້ອງການເມືອງ ຜູ້ຊີ້ ນໍາອົງການຈັດຕັ້ງມະຫາຊົນ ວກ ພ້ອມດ້ວຍຄະນະ, ມີບັນດາຊາວ ໜຸ່ມ-ແມ່ຍິງ ແລະ ກ່າວຮັບ ໂດຍ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ, ການເຄື່ອນ ໄຫວມອບເຄື່ອງຊຸກຍູ້ຂອງອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ ໃນຄັ້ງນີ້, ເພື່ອເປັນການປະກອບ ສ່ວນກະຕຸກຊຸກຍູ້ ແລະ ໃຫ້ກໍາ ລັງໃຈບັນດາພາກສ່ວນປະຈຳສະໜາມຫັດແອບຊ້ອມຮົບປະ ສານເຫຼົ່າສຽງແຕກຢູ່ພາກສະ ໝາມຕົວຈິງ. ໂອກາດດຽວກັນນີ້, ສະຫາຍ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ ໄດ້ກ່າວສະແດງຄວາມ ຂອບໃຈມາຍັງການນຳ ວກ ທີ່ ເຫັນໄດ້ໜ້າທີ່ວຽກງານຕົວຈິງ ໃນການປະຕິບັດໜ້າທີ່ຢູ່ພາກສະໜາມເພື່ອກະກຽມສະແດງຮັບໃຊ້ຂອງບັນດາເຫຼົ່າຮົບວິຊາສະເພາະ ໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 73 ປີ. ພ້ອມທັງໃຫ້ຄໍາ ໝັ້ນສັນຍາວ່າ ຈະນຳເອົາເຄື່ອງ ບໍລິໂພກດັ່ງກ່າວໄປແຈກຢາຍ ໃຫ້ພະນັກງານ-ນັກຮົບ ທີ່ປະຈໍາຢູ່ພາກສະໜາມຢ່າງທົ່ວເຖິງ. ໂດຍ: ຂັນທະລີ ທໍາມະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ