ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 703 ປະກາດການຈັດຕັ້ງຂັ້ນຫົວໜ້າຂະແໜງ
ເວລາອອກຂ່າວ: 2022-01-19 09:02:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1027 | ຄວາມນິຍົມ:



ໃນວັນທີ 12 ມັງກອນ 2022, ກອງພັນໃຫຍ່ 703 ໄດ້ຈັດຕັ້ງປະ ກາດການຈັດຕັ້ງຂັ້ນຫົວໜ້າຂະ ແໜງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສູນທອນ ພົມມະແສນ ຫົວໜ້າການເມືອງ ກອງພັນໃຫຍ່ 703, ມີຄະນະ ພັກ-ຄະນະບັນຊາຕະຫຼອດຮອດ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາສຸກ ເອນແສນທໍາ ຫົວໜ້າຂະແໜງ ພະນັກງານ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງພະນັກ ງານບັນຊາຂັ້ນຂະແໜງ. ອີງ ຕາມກົດໝາຍນາຍທະຫານກອງ ທັບປະຊາຊົນລາວ ວ່າດ້ວຍ ການ ແຕ່ງຕັ້ງ, ຍົກຍ້າຍນາຍທະຫານ. ອີງຕາມທິດທາງກ່ຽວກັບການ ປັບປຸງບູລະນະກົງຈັກການຈັດ ຕັ້ງນຳພາ-ບັນຊາໃນກຳລັງປະ ກອບອາວຸດໃຫ້ເຂັ້ມແຂງ, ໜັກ ແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ອີງໃສ່ ການຄົ້ນຄວ້າຕົກລົງເຫັນດີເປັນ ເອກະພາບໃນກອງປະຊຸມຄົບ ຄະນະພັກກອງບັນຊາການທະ ຫານອາກາດ ຄັ້ງວັນທີ 10 ທັນວາ 2021, ໄດ້ຕົກລົງແຕ່ງ ຕັ້ງ ສະຫາຍ ຮ້ອຍເອກ ຊາຍຄຳ ພິມມະທອງ ເປັນຫົວໜ້າຂະ ແໜງຄຸ້ມຄອງການບິນ ແລະ ຈະ ລາຈອນອາກາດ ພະແນກອົບ ຮົມການບິນ, ສະຫາຍ ຮ້ອຍເອກ ກຸຍຊຽນ ເປັນຫົວໜ້າຂະແໜງ ຄົ້ນຄວ້າວິທະຍາສາດການບິນ, ສະຫາຍ ຮ້ອຍເອກ ສຸລິຍາ ໂດຍ ປະເສີຍ ເປັນຫົວໜ້າຂະແໜງ ບໍລິຫານ-ສັງລວມ ພະແນກອົບ ຮົມການບິນ, ສະຫາຍ ພັນໂທ ອາໄຊ ບັນຊາຮັກ ເປັນຫົວໜ້າ ຂະແໜງສູ້ຮົບ ພະແນກເສນາທິ ການ, ສະຫາຍ ພັນໂທ ແກ່ນຄຳ ຫຼວງພົມມີ ເປັນຫົວໜ້າຂະແໜງ ສື່ສານ, ສະຫາຍ ພັນໂທ ຄຳດີ ສີນວນແດງ ເປັນຫົວໜ້າຂະແໜງ ຫ້ອງທົດລອງ ພະແນກເຕັກນິກ, ສະຫາຍ ພັນຕີ ຄຳສະຫວັນ ອິນທະວົງ ເປັນຫົວໜ້າຂະແໜງ ສັງລວມ ພະແນກການເມືອງ, ສະຫາຍ ຮ້ອຍເອກ ໄໝຄຳ ແພງມະນີ ເປັນຫົວໜ້າຂະແໜງ ອຸຕຸນິຍົມ ພະແນກເສນາທິການ, ສະຫາຍ ພັນໂທ ອຸໄທ ຫຼວງພະໄຊ ເປັນຫົວໜ້າຂະແໜງອົບຮົມ ລະບຽບ, ສະຫາຍ ພັນໂທ ອິນທະຫວາ ແກ້ວດາລາແສງ ເປັນຫົວໜ້າຂະແໜງໂຄສະນາ ອົບຮົມ ພະແນກການເມືອງ, ສະ ຫາຍ ພັນໂທ ເກິນໄຊ ວັງເມືອງ ເປັນຫົວໜ້າຂະແໜງໂມງ-ໄຟ ຟ້າເຮືອບິນປີກ ພະແນກເຕັກ ນິກ, ສະຫາຍ ຮ້ອຍເອກ ສີພອນ ຈັນທະວອນ ເປັນຫົວໜ້າຂະແໜງ ໄອຍະການ ພະແນກການເມືອງ, ສະຫາຍ ຮ້ອຍເອກ ອາລຸນພອນ ພົມມະລາດ ເປັນຫົວໜ້າຂະແໜງ ແຜນການ ແລະ ສູ້ຮົບ ພະແນກ ອົບຮົມການບິນ, ສະຫາຍຮ້ອຍໂທ ບຸນພອນ ທິພະສອນ ເປັນຫົວໜ້າ ຂະແໜງບໍລິຫານ-ສັງລວມ ພະ ແນກພະລາທິການ, ສະຫາຍ ພັນໂທ ໄໝ ອິນທະວົງ ເປັນຫົວ ໜ້າຂະແໜງປະກັນສັງຄົມ ພະ ແນກການເມືອງ ແລະ ສະຫາຍ ຮ້ອຍເອກ ສຸລິໂຍ ປັດທຸມສຸກ ເປັນຫົວໜ້າຂະແໜງ ບໍລິຫານ-ສັງລວມ ພະແນກເສນາທິການ. ໂດຍ: ກອງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ