ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວິທະຍາຄານການແພດກອງທັບ ຜ່ານແຜນການ ແລະ ຂໍ້ຕົກລົງສອບເສັງຈົບຊັ້ນ
ເວລາອອກຂ່າວ: 2022-01-19 09:02:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 794 | ຄວາມນິຍົມ:



ວັນທີ 10 ມັງກອນ 2022, ວິທະຍາຄານການແພດກອງທັບ ໄດ້ເປີດກອງປະຊຸມຜ່ານແຜນ ການ ແລະ ຂໍ້ຕົກລົງແຕ່ງຕັ້ງອະນຸ ກຳມະການຮັບຜິດຊອບການ ສອບເສັງຈົບຊັ້ນ ນັກສຶກສາ ແພດ ປະລິນຍາຕີ ຊຸດທີ 3 ລະບົບ 6 ປີ ແລະ ນັກສຶກສາຈັດຕັ້ງບຳລຸງບັນ ຊາເສນາຮັກຂັ້ນກອງພັນໃຫຍ່ ຊຸດທີ 2 ລະບົບ 5 ເດືອນ ສົກ ຮຽນ 2021-2022, ໂດຍການ ເປັນປະທານຂອງ ສະຫາຍ ພັນເອກ ຈັນສະໝອນ ມະຫາວົງ ຫົວໜ້າການທະຫານ ວິທະຍາ ຄານການແພດກອງທັບ, ມີຄະ ນະພັກ-ຄະນະກົມໂຮງຮຽນ, ກົມເສນາພະລາທິການ, ໂຮງ ໝໍສູນກາງ 103 ກອງທັບ, ພະ ນັກງານ; ຄູ-ອາຈານ, ກຳມະການ ແລະ ອະນຸກຳມະການ ເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ສອນທະວົງ ທຳມະວອນ ຮອງຫົວໜ້າຫ້ອງ ແຜນການອົບຮົມ ວິທະຍາຄານ ການແພດ ກອງທັບ ໄດ້ຜ່ານແຜນ ການທວນ ແລະ ສອບເສັງນັກ ສຶກສາແພດ ປະລິນຍາຕີ ຊຸດທີ 3 ແລະ ນັກສຶກສາຈັດຕັ້ງບຳລຸງ ບັນຊາເສນາຮັກ ຊຸດທີ 2, ໂດຍ ອີງຕາມຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍ ການ ອະນຸມັດເປີດຊຸດອົບຮົມແພດ ປະລິນຍາຕີ ຊຸດທີ 3 ແລະ ຈັດ ຕັ້ງບຳລຸງບັນຊາເສນາຮັກ ຊຸດທີ 2 ຢູ່ວິທະຍາຄານການແພດກອງ ທັບ ເພື່ອປະຕິບັດໃຫ້ຄົບຕາມ ມາດຕະຖານຫຼັກສູດແຫ່ງຊາດ ລະດັບປະລິນຍາຕີ, ວິຊາສອບ ເສັງມີ ປັດຊະຍາ ມາກ-ເລນິນ, ຈັດຕັ້ງບັນຊາເສນາຮັກ, ທິດສະ ດີພາຍໃນລວມ, ທິດສະດີພາຍ ນອກລວມ, ພາກປະຕິບັດຕົວ ຈິງພາຍໃນລວມ, ພາກປະຕິບັດ ຕົວຈິງພາຍນອກລວມ, ຈຳນວນ ນັກສຶກສາແພດປະລິນຍາຕີ ຊຸດທີ 3 ມີ 50 ສະຫາຍ, ນັກສຶກສາຈັດ ຕັ້ງບຳລຸງບັນຊາເສນາຮັກ 20 ສະຫາຍ, ກຳນົດໄລຍະເວລາ ສອບເສັງແຕ່ວັນທີ 14 ມັງກອນ 2022-09 ມິຖຸນາ 2022, ສະ ຖານທີ່ສອບເສັງພາກທິດສະດີ ວິທະຍາຄານການແພດກອງທັບ, ສະຖານທີ່ສອບເສັງພາກປະຕິບັດ ຕົວຈິງ ໂຮງໝໍສູນກາງ 103 ກອງທັບ. ພ້ອມນັ້ນ, ຍັງໄດ້ຜ່ານ ລະບຽບຫຼັກການໃນການສອບເສັງພື້ນຖານອີງໃສ່ກົດລະບຽບ ວ່າດ້ວຍ ການຄຸ້ມຄອງການຮຽນ-ການສອນຂອງວິທະຍາຄານ ການແພດກອງທັບວາງອອກ. ໂດຍ: ຊີເລົ່າ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ