ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫາຍ ເລຂາທິການໃຫຍ່ ຢ້ຽມຢາມ ແລະ ໂອ້ລົມ ນາຍ ແລະ ພົນທະຫານ ກອງພົນທີ 4
ເວລາອອກຂ່າວ: 2022-01-19 08:56:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 573 | ຄວາມນິຍົມ:



ໃນວັນທີ 18 ມັງກອນ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ປະທານປະ ເທດ ແຫ່ງ ສປປ ລາວ ພ້ອມຄະ ນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມ ນາຍ ແລະ ພົນທະຫານ ກອງພົນ ທີ 4 ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 73 ປີ ( 20 ມັງກອນ 1949-20 ມັງກອນ 2022), ໂດຍການຕ້ອນຮັບຢ່າງອົບອຸ່ນ ຈາກການນຳ ແຂວງສະຫວັນນະ ເຂດ, ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງທົ່ວກອງພົນ ທີ 4, ມີບັນດາຄະນະນຳກະຊວງ ປ້ອງກັນປະເທດ, ກະຊວງປ້ອງ ກັນຄວາມສະຫງົບ ແລະ ອຳນາດການປົກຄອງແຂວງເຂົ້າຮ່ວມ. ໃນການລົງຢ້ຽມຢາມ ແລະ ໂອ້ລົມຂອງ ສະຫາຍ ເລຂາທິ ການໃຫຍ່ໄດ້ຮັບຟັງການລາຍ ງານໂດຍຫຍໍ້ຈາກ ສະຫາຍ ພົນ ຈັດຕະວາ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງກອງພົນທີ 4 ກ່ຽວກັບຜົນງານການເຄື່ອນ ໄຫວຕະຫຼອດໃນໄລຍະທີຜ່ານ ມາ ເຊິ່ງຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບທົ່ວ ກອງພົນທີ4 ໄດ້ເປັນເຈົ້າການ ເຄື່ອນໄຫວເຮັດໜ້າທີ່ການເມຶອງ ຂອງຕົນຢ່າງຕັ້ງໜ້າ ໂດຍສະ ເພາະແມ່ນການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະ ເທດວາງອອກສໍາເລັດເປັນກ້າວໆ ມາ, ໃນນີ້ໄດ້ປະສານສົມທົບກັບ ກົມກອງເພື່ອນ, ອໍານາດການປົກ ຄອງແຂວງ, ບັນດາເມືອງເພື່ອຫັນເອົາກໍາລັງລົງກໍ່ສ້າງຮາກ ຖານການເມືອງແບບມູນເຊື້ອ ເພື່ອພັດທະນາຊົນນະບົດຮອບ ດ້ານ ແລະ ສ້າງທ່າສະໜາມປະ ຊາຊົນ ໂດຍສະເພາະແມ່ນສຸມ ໃສ່ຂອບເຂດກົມກອງຮັບຜິດ ຊອບ ເຊິ່ງມີ 65 ບ້ານ 7 ເມືອງ, ໃນຜ່ານມາເຖິງແມ່ນວ່າການລະ ບາດຂອງເຊື້ອພະຍາດໂຄວິດ-19 ຈະສົ່ງຜົນກະທົບຕໍ່ການຈັດ ຕັ້ງປະຕິບັດວຽກງານຫຼາຍ ດ້ານກໍ່ຕາມ. ແຕ່ຄະນະພັກ-ຄະ ນະບັນຊາພວກເຮົາກໍ່ໄດ້ສຸມໃສ່ ການປັບປຸງພື້ນຖານໂຄງລ່າງ ປະຕິບັດຕາມທິດກໍ່ສ້າງກອງ ທັບໃຫ້ມີຄວາມໜັກ ແໜ້ນເຂັ້ມ ແຂງໃນທຸກດ້ານ ໄປຄຽງຄູ່ກັບ ການກໍ່ສ້າງກອງ 3 ປອດ (ປອດ ໃສ ປອດໄພ ປອດຄະດີ), ສຸມ ໃສ່ວຽກງານຮັບປະກັນແກ້ໄຂຊີ ວິດການເປັນຢູ່ບົນພື້ນຖານຍົກ ສູງນໍ້າໃຈ ເພິ່ງຕົນເອງ, ກຸ້ມຕົນ ເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນ. ໂອກາດນີ້, ສະຫາຍ ເລຂາທິ ການໃຫຍ່ ໄດ້ໂອ້ລົມ ແລະ ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຫຼາຍດ້ານທີ່ ກອງພົນທີ 4 ຍາດມາໄດ້ຕະຫຼອດໄລຍະທີ່ ຜ່ານມາ ແລະ ເພື່ອຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການ ກັບ ໜ້າທີ່ການເມືອງຂອງກົມ ກອງໃນໄລຍະໃໝ່ ຄະນະພັກ-ຄະ ນະບັນຊາ ພ້ອມພະນັກງານທຸກ ຂັ້ນຂອງກອງພົນທີ4 ຕ້ອງຍົກສູງ ການນໍາພາຢ່າງຮອບດ້ານເພື່ອ ຮັບປະກັນໃຫ້ຂອບເຂດກົມກອງ ຮັບຜິດຊອບມີຄວາມສະຫງົບ ໂດຍພື້ນຖານ, ສຸມໃສ່ຫັນເອົາກໍາ ລັງລົງກໍ່ສ້າງຮາກຖານການ ເມືອງຢ່າງແຂງແຮງ, ເອົາໃຈໃສ່ ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມ ໜັກແໜ້ນທາງດ້ານການເມືອງ-ນໍາພາແນວຄິດ, ຕັ້ງໜ້າເສີມ ຂະຫຍາຍມູນເຊື້ອພິລະອາດຫານ ດຸໝັ່ນຂະຫຍັນພຽນບົນຈິດໃຈ ເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ ແນໃສ່ເຮັດໃຫ້ຊີວິດການ ເປັນຢູ່ຂອງພະນັກງານ-ນັກຮົບ ນັບມື້ດີຂື້ນເລື້ອຍໆ ເພື່ອພ້ອມກັນ ສ້າງກອງທັບໃຫ້ກາຍເປັນກອງ ທັບປະຕິວັດທີມີແບບແຜນທັນສະໄໝເທື່ອລະກ້າວໆ ພ້ອມກັນ ນັ້ນກໍ່ຕ້ອງຍົກສູງສະຕິລະວັງຕົວ ກໍາແໜ້ນທຸກສະພາບການເພື່ອ ສະກັດກັ້ນສະພາບການທີ່ອາດ ເກີດຂື້ນໃຫ້ທັນກັບເວລາຍົກສູງ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບໃຫ້ສູງຂຶ້ນ ກວ່າເກົ່າ ແຕ່ລະປັດໄຈຕ້ອງຍົກ ສູງຄວາມສາມັກຄີເປັນເອກະ ພາບພາຍໃນໃຫ້ແໜ້ນແຟ້ນ ມີ ແບບແຜນວີທີເຮັດວຽກຕາມ ຫຼັກການລວມສູນປະຊາທິປະ ໄຕເຮັດວຽກເປັນໝູ່ຄະນະແບ່ງ ບຸກຄົນຮັບຜິດຊອບຢ່າງຈະແຈ້ງ ເປັນແບບຢ່າງໃນທຸກຂົງເຂດ ວຽກງານ ພ້ອມກັນປັບປຸງກໍ່ສ້າງ ກໍາລັງຂອງຕົນໃຫ້ໜັກແໜ້ນ ເຂັ້ມແຂງ, ສືບຕໍ່ປັບປຸງກໍ່ສ້າງ ກົມກອງໃຫ້ເປັນລະບຽບຮຽບ ຮ້ອຍເພື່ອໃຫ້ມີບາດກ້າວໃໝ່ ສຸມ ໃສ່ເຝິກແອບຮໍ່າຮຽນທາງດ້ານ ສິລະປະຍຸດ-ຍຸດທະວິທີ ເພື່ອໃຫ້ ມີຄວາມຊໍານິຊໍານານ ມີໄຫວພິກ ທີ່ຄ່ອງແຄ້ວ ພ້ອມກັນເຮັດສໍາ ເລັດໜ້າທີ່ ທີ່ຂັ້ນເທີງມອບໝາຍ ໃຫ້. ພ້ອມນັ້ນ, ສະຫາຍ ເລຂາທິ ການໃຫຍ່ ຍັງໄດ້ຍົກໃຫ້ເຫັນເຖິງ ບັນຫາຂອງສະພາບການພາກພື້ນ ຂອງໂລກ ແລະ ສະພາບພາຍ ໃນປະເທດຕື່ມອີກ. ໂອກາດມາຢ້ຽມຢາມ ຂອງ ສະຫາຍເລຂາທິການໃຫຍ່ໃນ ຄັ້ງນີ້ ຍັງໄດ້ນໍາເອົາວັດຖຸປັດໄຈ ຈໍານວນໜຶ່ງມາມອບໃຫ້ກອງ ພົນທີ 4. ຈາກນັ້ນ, ສະຫາຍຍັງ ໄດ້ລົງຢ້ຽມຢາມສູນເຕັກນິກ ກອງພົນທີ 4 ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ