ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບໂຄງການກໍ່ສ້າງເສັ້ນທາງປູຢາງ ເຂົ້າສູ່ສູນອົງຄະທຽມ 686
ເວລາອອກຂ່າວ: 2022-01-19 08:50:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 210 | ຄວາມນິຍົມ:



ການມອບ-ຮັບໂຄງການກໍ່ ສ້າງເສັ້ນທາງປູຢາງຢູ່ສູນອົງຄະທຽມຟື້ນຟູສະມັດຕະພາບ 686 ລະ ຫວ່າງບໍລິສັດ ເອພີບີ ພັດທະນາຈຳກັດຜູ້ດຽວ ແລະ ສູນອົງຄະທຽມຟື້ນຟູສະມັດຕະ ພາບ 686 ກົມໃຫຍ່ການເມືອງ ກອງທັບ ໄດ້ຈັດຂຶ້ນໃນວັນທີ 17 ມັງກອນ 2022 ນີ້, ໂດຍການເຂົ້າ ຮ່ວມເປັນປະທານຂອງສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຮອງ ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ມີ ທ່ານ ນາງ ສຸດໃຈ ແກ້ວ ບຸນພັນ ປະທານບໍລິສັດ ເອພີບີ ພັດ ທະນາຈຳກັດຜູ້ດຽວ, ມີຄະນະ ພັກ-ຄະນະບັນຊາກົມໃຫຍ່, ຫ້ອງ ວ່າການກະຊວງປ້ອງກັນປະເທດ ພ້ອມດ້ວຍພະນັກງານ-ນັກຮົບສູນດັ່ງກ່າວເຂົ້າຮ່ວມ. ທ່ານ ນາງ ສຸດໃຈ ແກ້ວບຸນພັນ ປະທານບໍລິສັດ ເອພີບີ ພັດທະນາ ຈຳກັດຜູ້ດຽວ ໄດ້ຂຶ້ນລາຍງານ ຜົນສຳເລັດໂຄງການກໍ່ສ້າງເສັ້ນ ທາງປູຢາງ ໂດຍປະຕິບັດຕາມ ທິດຊີ້ນຳຂອງຄະນະຮັບຜິດຊອບ ໂຄງການກໍ່ສ້າງເສັ້ນທາງປູຢາງ ທາງເຂົ້າ 3 ສູນເສຍອົງຄະ ຢູ່ສູນ ອົງຄະທຽມຟື້ນຟູສະມັດຕະພາບ 686 ເມືອງທຸລະຄົມ ແຂວງວຽງ ຈັນ ຄະນະພັກກົມໃຫຍ່ການ ເມືອງກອງທັບ ໄດ້ຕົກລົງເຫັນ ດີໃຫ້ກໍ່່ສ້າງເສັ້ນທາງປູຢາງທາງ ເຂົ້າສູນເສຍອົງຄະ ລວມມີ 4 ເສັ້ນທາງທີ່ປະຕິບັດສຳເລັດຕາມ ໂຄງການ. ເຊິ່ງມີມີຄວາມຍາວ ທັງໝົດ 1.073 ແມັດ ເພື່ອສະ ດວກສະບາຍໃນການສັນຈອນ ໄປມາ ເຊິ່ງໂຄງການດັ່ງກ່າວເປັນ ໂຄງການໜຶ່ງທີ່ໄດ້ຮັບການຕົກ ລົງຈາກກະຊວງປ້ອງກັນປະເທດ ໃຫ້ບໍລິສັດ ເອພີບີ ພັດທະນາ ຈຳ ກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ ລົງມືປະຕິບັດແຕ່ວັນທີ 23 ກັນ ຍາ 2021 ມາຮອດປັດຈຸບັນ ໂຄງການກໍ່ສ້າງໄດ້ສຳເລັດ 100% ລວມເວລາການກໍ່ສ້າງ 3 ເດືອນ ລວມມູນຄ່າການກໍ່ສ້າງ 3.411 ຕື້ກວ່າກີບ ຈາກນັ້ນທ່ານ ນາງ ສຸດໃຈ ແກ້ວບຸນພັນ ປະທານ ບໍລິສັດ ເອພີບີ ພັດທະນາ ຈຳກັດຜູ້ ດຽວ ໄດ້ຂຶ້ນກ່າວມອບ ເສັ້ນທາງ ປູຢາງ ໃຫ້ກັບກົມໃຫຍ່ການເມືອງ ກອງທັບ ແລະ ກ່າວຮັບໂດຍ ສະ ຫາຍ ພົນຕີ ວໍລະສານ ວິລັດດາວົງ ພ້ອມທັງກ່າວສະແດງຄວາມ ຂອບໃຈຕໍ່ບໍລິສັດຜູ້ຮັບເໝົາ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງທີ່ ໃຫ້ການຮ່ວມມືເຮັດໃຫ້ໂຄງ ການກໍ່ສ້າງດັ່ງສຳເລັດຕາມຄາດ ໝາຍ. ໂດຍ: ນ. ນາລີ ທະວີພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ