ເກົາຫຼີເໜືອ ປະຕິຮູບປະເທດໂດຍຮຽນຮູ້ຮູບແບບການພັດທະນາຂອງຫວຽດນາມ
ເວລາອອກຂ່າວ: 2018-11-13 23:18:17 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 3050 | ຄວາມນິຍົມ: ![]()
ສໍານັກຂ່າວ BBC ລາຍ ງານເມື່ອວັນທີ 9 ພະຈິກ 2018 ນີ້ວ່າ: ທ່ານ ຣີ ຢອງໂຮ ລັດຖະ ມົນຕີກະຊວງການຕ່າງປະເທດ ເກົາຫຼີເໜືອ ຈະເດີນທາງຢ້ຽມ ຢາມຫວຽດນາມ ເປັນເວລາ 3 ວັນ ເລີ່ມຕັ້ງແຕ່ວັນທີ 27 ພະຈິກ ເພື່ອຢ້ຽມຢາມເຂດອຸດສາຫະກໍາ ແລະ ສໍາພາດກຸ່ມຜູ້ຊ່ຽວຊານ ດ້ານເສດຖະກິດ.
ຫຼັງການໂດດດ່ຽວຕົນເອງມາ ດົນຫຼາຍປີ ແລະ ຖືກຂວໍ້າບາດ ຈາກການພັດທະນາອາວຸດນິວ ເຄລຍ ແລະ ຂີປະນາວຸດ ປີນີ້ ເກົາຫຼີເໜືອພະຍາຍາມສານສາຍ ສໍາພັນກັບຕ່າງປະເທດ ຂະນະ ຜູ້ນໍາສູງສຸດຂອງປະເທດ ທ່ານ ຄິມ ຈອງ-ອຸນ ໄດ້ກ່າວເຖິງ ຄວາມຫວັງໃນການປະຕິຮູບ ເສດຖະກິດຂອງເກົາຫຼີເໜືອ ໂດຍຈະດໍາເນີນຕາມແບບຢ່າງ ຄວາມສໍາເລັດຂອງປະເທດໃນ ພູມີພາກ. ທ່ານ ຄິມ ຈອງ ອຸນ ໄດ້ພົບປະກັບປະທານາທິບໍດີ ມຸນ ແຈ-ອິນ ຂອງເກົາຫຼີໃຕ້ 3 ຄັ້ງໃນປີນີ້ ແລະ ໃນລະຫວ່າງ ການຫາລື ທ່ານຄິມ ຈອງ ອຸນ ໄດ້ເວົ້າເຖິງຄວາມສໍາເລັດໃນ ການປະຕິຮູບເສດຖະກິດຂອງ ຫວຽດນາມຫຼາຍຄັ້ງ ແລະ ສະ ແດງຄວາມຊື່ນຊົມຕໍ່ການພັດທະ ນາເສດຖະກິດຂອງສິງກະໂປ.
ເຈົ້າໜ້າທີ່ລັດຖະບານສະຫະ ລັດກ່າວກ່ອນໜ້ານີ້ວ່າລະບອບ ສັງຄົມນິຍົມ ແລະ ເສດຖະກິດ ການຕະຫຼາດຂອງຫວຽດນາມ ສາມາດເປັນຕົວຢ່າງແກ່ເກົາຫຼີ ເໜືອ ໄດ້ເປັນຢ່າງດີ. ສໍານັກ ຂ່າວຢອນຮັບ ລາຍງານອີກວ່າ: ທ່ານ ຣີ ຢອງ ໂຮ ບອກກັບລັດ ຖະບານຫວຽດນາມວ່າ, ເກົາຫຼີ ເໜືອ ຫວັງຈະຮຽນຮູ້ຮູບແບບ ການພັດທະນາຂອງຫວຽດ ນາມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















