ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຊ້ອມທົດລອງຍິງລູກປືນແທ້ ຄັ້ງທີ 2 ເພື່ອສະແດງໃນມື້ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ
ເວລາອອກຂ່າວ: 2022-01-18 08:47:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 416 | ຄວາມນິຍົມ:



ວັນທີ 16 ມັງກອນ 2022 ນີ້, ທີ່ສະໜາມຫັດແອບວິທະຍາ ຄານກົມມະດໍາ, ໄດ້ຈັດຕັ້ງຊ້ອມທົດລອງຍິງລູກປືນແທ້ ຄັ້ງທີ 2 ເພື່ອຮັບປະກັນການສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາ ຊົນ ລາວ ຄົບຮອບ 73 ປີ ບັນລຸ ຜົນສໍາເລັດອັນຈົບງາມ ໂດຍການ ເຂົ້າຮ່ວມສັງເກດການຂອງສະ ຫາຍ ພົນເອກ ຈັນສະໝອນ ຈັນ ຍາລາດ ຮອງນາຍົກລັກຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ປະເທດ, ມີບັນດາຄະນະນຳກະ ຊວງປ້ອງກັນປະເທດ, ຄະນະນຳ ກົມໃຫຍ່ເສນາທິການກອງທັບ, ຄະນະຊີ້ນຳບັ້ນຊ້ອມຮົບ, ແຂກຖືກ ເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ການຊ້ອມຮົບໃນຄັ້ງນີ້ ເລີ່ມຕົ້ນດ້ວຍເຫຼົ່າຮົບຕີພິເສດເຮັດໜ້າ ທີ່ປິດລັບແຊມກາຍດັບສູນເປົ້າ ໝາຍ; ເຫຼົ່າຮົບສືບຂ່າວຊີງຕົວປະ ກັນຢູ່ລົດເມທ່ອງທ່ຽວ; ກອງບັນ ຊາການທະຫານອາກາດນຳໃຊ້ Z-9 ຄຸມກັນທາງອາກາດ ຊີງໂຕ ປະກັນ, ໃຊ້ຍົນ Yak-130 ຍິງ ຖະຫຼົ່ມເປົ້າໝາຍໜ້າດິນ, ຍົນ MI-17 ຍິງຖະຫຼົ່ມເປົ້າໝາຍໜ້າດິນ ແລະ ນໍາໃຊ້ຍົນ MI-17 ສົ່ງກຳ ລັງມ້າບິນ 110 ຊ່ວຍໜູນຢູ່ທິດ ສຳຄັນ; ເຫຼົ່າຮົບປ້ອງກັນອາກາດ ຍິງທຳລາຍເປົ້າໝາຍທາງອາ ກາດ; ເຫຼົ່າຮົບປືນໃຫຍ່ໜ້າດິນ ຍິງກຽມ ແລະ ຍິງຍົກຍ້າຍ, ເຫຼົ່າ ຮົບຊ່າງແສງໄດ້ປະຕິບັດສົ່ງໂບກ ຝ່າບິນ ແລະ ເປີດທາງໄຂ; ກອງ ພັນໃຫຍ່ 11 ສົມທົບເຫຼົ່າຮົບລົດ ຕັງ ເຮັດໜ້າທີ່ສົ່ງກຳລັງມ້າບິນ ຍິງສົມທົບກຳລັງໄຟຂຶ້ນເທິງ, ມ້າ ບິນ 110 ສົມທົບເຫຼັກໄຫຼ(ລຕ) ປະຕິບັດຕີສັດຕູ ແລະ ສົ່ງກຳລັງ ມ້າບິນ 110 ລົງເດີ່ນຊ່ວຍໜູນຢູ່ ທິດບຸກຕີສຳຄັນ; ເຫຼົ່າຮົບເຄມີ ເຮັດໜ້າທີ່ລົບລ້າງທາດເຄມີໃຫ້ ພາຫະນະສູ້ຮົບທີ່ຖືກທາດພິດ; ເຫຼົ່າຮົບສື່ສານ ເຮັດໜ້າທີ່ຮັບປະ ກັນຕິດຕໍ່ສື່ສານຕະຫຼອດໄລຍະ ການປະຕິບັດສູ້ຮົບ. ພາຍຫຼັງການຊ້ອມທົດລອງສໍາ ເລັດ, ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງກອງທັບ ຕາງໜ້າກະ ຊວງປ້ອງກັນປະເທດ ໄດ້ມີຄໍາ ເຫັນໂອ້ລົມ ໂດຍໄດ້ສະແດງ ຄວາມຊົມເຊີຍຕໍ່ຄະນະຊີ້ນໍາບັ້ນ ຊ້ອມຮົບ, ພະນັກງານ-ນັກຮົບບັນ ດາເຫຼົ່າຮົບທີ່ເຂົ້າຮ່ວມການເຝິກ ຊ້ອມ ໄດ້ທຸ້ມເທສຸດຄວາມສາ ມາດເຝິກຊ້ອມນັບແຕ່ການລາຍ ງານ ຈົນກ້າວໄປເຖິງການສະ ແດງຕົວຈິງ ແຕ່ລະພາກສ່ວນສາ ມາດປະຕິບັດໄດ້ດີ, ແຕ່ລະບາດກ້າວຖືກຕ້ອງຕາມເນື້ອໃນແຜນການຫັດແອບ, ຈັງຫວະຕ່າງໆ ແຕ່ລະພາກສ່ວນສະແດງຄ້າຍຄື ກັບການກະກຽມສູ້ຮົບຕົວຈິງ, ແຕ່ລະສະຫາຍມີຄວາມເຂັ້ມແຂງ ເຮັດຖືກຕ້ອງຕາມຈັງຫວະບາດກ້າວຕາມສະຖານະການຕົວຈິງ ເຖິງຈະມີຄວາມຫຍຸ້ງຍາກດ້ານ ຕ່າງໆ ແຕ່ພະນັກງານ-ນັກຮົບ ທຸກ ສະຫາຍ ມີຈິດໃຈອົດທົນຜ່ານຜ່າ ແລະ ເຮັດສໍາເລັດໜ້າທີ່ຂອງຕົນ. ສະຫາຍ ພົນໂທ ທອງລອຍ ສີລິວົງ ກ່າວວ່າ: ກ່ອນຮອດມື້ສະ ເຫຼີມສະຫຼອງ ແຕ່ລະເຫຼົ່າຮົບຕ້ອງ ຫັດແອບໃຫ້ໜັກກວ່າເກົ່າ, ເຂັ້ມ ແຂງກວ່າເກົ່າຊ້ອມໃຫ້ຄືກັບການ ຕໍ່ສູ້ຕົວຈິງ, ຜູ້ບັນຊາອອກຄຳ ສັ່ງແຕ່ລະເນື້ອໃນແຕ່ລະບາດ ກ້າວຕ້ອງເຂັ້ມແຂງຊັດເຈນ, ເນື້ອ ໃນຕ່າງໆຕ້ອງໃຫ້ມັນຕໍ່ເນື່ອງ, ການນຳໃຊ້ອາວຸດຕ້ອງວ່ອງໄວ ຄ່ອງແຄ້ວ ແລະ ຮັບປະກັນຄວາມ ປອດໄພ ທັງນີ້ກໍເພື່ອເຮັດໃຫ້ການ ສະແດງໃນມື້ສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 73 ປີ ເຕັມໄປດ້ວຍບັນ ຍາກາດຄຶກຄື້ນ, ມີເນື້ອໃນທີ່ເລິກ ເຊິ່ງ ແລະ ໄດ້ຮັບຜົນສຳເລັດຢ່າງ ຈົບງາມ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ