ກອງພັນໃຫຍ່ 11 ເປີດຂະບວນການແຂ່ງຂັນກີລາມວນຊົນ
ເວລາອອກຂ່າວ: 2022-01-17 10:54:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 565 | ຄວາມນິຍົມ:
ໃນວັນທີ 12 ມັງກອນ 2022 ນີ້, ກອງພັນໃຫຍ່ 11 ໄດ້ຈັດຕັ້ງ ເປີດຂະບວນການແຂ່ງຂັນກີລາ ມວນຊົນ, ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ໄມທອງ ຫິນລໍວັນ ຮອງຫົວໜ້າພະແນກ ການເມືອງ ກອງພັນໃຫຍ່ 11, ມີ ຄະນະພັກ-ຄະນະບັນຊາກອງພັນ ໃຫຍ່, ກອງພັນ, ກອງຮ້ອຍ ເອ ກະລາດ, ໝວດທີ່ຂຶ້ນກັບ ແລະ ນັກກີລາເຂົ້າຮ່ວມ.
ສະຫາຍ ພັນຕີ ຄຳກູດ ວົງສົມມີ ຊ່ວຍວຽກຂະແໜງອົບຮົມ ທັງ ເປັນຄະນະຮັບຜິດຊອບຂະບວນ ການແຂ່ງຂັນກີລາ ໄດ້ຜ່ານແຜນ ການ ແລະ ກົດລະບຽບການແຂ່ງ
ຂັນ ໃຫ້ຮູ້ວ່າ: ການເປີດຂະບວນ ການແຂ່ງຂັນກີລາມວນຊົນໃນ ຄັ້ງນີ້ ເພື່ອເປັນການປະກອບສ່ວນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 73 ປີທີ່ຈະມາເຖິງນີ້, ໃຫ້ມີຂະບວນ ການຟົດຟື້ນ, ເພື່ອແນໃສ່ຮັດແໜ້ນ
ຄວາມສາມັກຄີ ແລະ ແລກປ່ຽນ ບົດຮຽນດ້ານວຽກງານກີລາກາ ຍະກຳ, ເປັນການປຸກລະດົມຊຸກຍູ້ ສົ່ງເສີມຂະບວນການເຄື່ອນໄຫວ ກີລາກາຍະກຳ, ເຝິກຝົນກຳລັງ ແຮງກາຍ ຢູ່ບັນດາກົມກອງໃຫ້ ເປັນປົກກະຕິຕໍ່ເນື່ອງ, ທັງເປັນ ການກວດກາຕີລາຄາຜົນໄດ້ຮັບ ຂອງວຽກງານອົບຮົມ-ຫັດແອບ ຂອງນາຍ ແລະ ພົນທະຫານທົ່ວ ກອງພັນໃຫຍ່ 11. ການແຂ່ງຂັນ ໃນຄັ້ງນີ້ ມີ ກີລາ 2 ປະເພດ ຄື: ກີ
ລາບານເຕະຊາຍ ແລະ ກີລາບານ
ສົ່ງຊາຍ, ເຊິ່ງມີນັກກີລາບານສົ່ງ 12 ທີມ, ນັກກີລາບານເຕະ 12 ທີມ ຈະໄດ້ດຳເນີນການແຂ່ງຂັນ ເປັນເວລາ 9 ວັນຈຶ່ງສຳເລັດ.
ໂດຍ: ເຄນ ພົມສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ