ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງການກອງພົນທີ 5 ເປີດຂະບວນການແຂ່ງຂັນກີລາໄລຍະສັ້ນ
ເວລາອອກຂ່າວ: 2022-01-17 10:54:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 521 | ຄວາມນິຍົມ:



ໃນວັນທີ 12 ມັງກອນ 2022 ນີ້, ຫ້ອງການ ກອງພົນທີ 5 ໄດ້ເປີດຂະບວນການແຂ່ງ ຂັນກີລາ ເພື່ອຕ້ອນຮັບວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 73 ປີ ແລະ ວັນສ້າງຕັ້ງກອງ ພົນທີ 5 ຄົບຮອບ 40 ປີ ໂດຍການ ເປັນປະທານຂອງ ສະຫາຍ ພັນ ໂທ ສຸກສະກອນ ສີນສະໜຸດ ຫົວ ໜ້າໜ້າຫ້ອງການກອງພົນ ພ້ອມ ຄະນະ, ມີບັນດາພະນັກງານ-ນັກ ຮົບພາຍໃນຫ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ຄຳຜັນ ບຸນ ພະໄຊ ຄະນະຮັບຜິດຊອບຂະ ບວນການແຂ່ງຂັນກີລາຂອງ ຫ້ອງການ ໄດ້ຜ່ານແຜນການ ໃນການເປີດຂະບວນການແຂ່ງ ຂັນຄັ້ງນີ້ ເພື່ອເປັນການເພີ່ມທະວີ ຄວາມສາມັກຄີພາຍໃນຫ້ອງ ການໃຫ້ມີຄວາມແໜ້ນແຟ້ນຍິ່ງ ຂຶ້ນ ທັງເປັນການເສີມສ້າງສຸຂະ ພາບຂອງພະນັກງານ-ນັກຮົບ ໃຫ້ມີສຸຂະພາບແຂງແຮງ ແລະ ມີບັນຍາກາດເບີກບານມ່ວນຊື່ນ ຄຶກຄື້ນ ແລະ ເຫັນໄດ້ຄວາມໜາຍ ຄວາມສຳຄັນຕໍ່ກັບຂະບວນການ ດັ່ງກ່າວ ສໍາລັບກິີລາທີ່ນຳມາ ແຂ່ງຂັນໃນຄັ້ງນີ້ລວມມີ 2 ປະ ເພດກີລາຄື: ກີລາບານສົ່ງ, ກີ ລາເປຕັງ ໃນນີ້ກີລາເປຕັງລວມມີ 7 ທີມ , ກິີລາບານສົ່ງມີ 3 ທີມ ກຳ ນົດເວລາ 2 ວັນຈຶ່ງຈະສໍາເລັດ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ