ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 611 ແລະ 635 ສໍາເລັດການ ອົບຮົມ-ຫັດແອບຍິງລູກປືນແທ້
ເວລາອອກຂ່າວ: 2022-01-17 10:52:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 517 | ຄວາມນິຍົມ:



ວັນທີ 11 ມັງກອນ 2022, ກອງພັນ 611, ກອງພັນ 635 ເຫຼົ່າຮົບປືນໃຫຍ່ໜ້າດິນ ກອງພົນ ທີ 5 ໄດ້ສໍາເລັດການອົບຮົບ-ຫັດ ແອບຍິງລູກປືນແທ້ ໂດຍການເປັນ ປະທານ ຂອງ ສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ ຫົວໜ້າການ ທະ ຫານກອງພົນທີ 5, ມີ ສະຫາຍ ພັນໂທ ແສງຟອງ ທິບທິລາດ ຮອງຫົວໜ້າກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການກອງທັບ, ອົງການ 5 ຫ້ອງ, ພະແນກການທີ່ ກ່ຽວຂ້ອງ, ຄະນະພັກ-ຄະນະບັນ ຊາ ທັງສອງກົມກອງ ຕະຫຼອດ ຮອດນັກເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນໂທ ອຸໄທ ຖະ ໝອມໃຈ ຫົວໜ້າພະແນກປືນໃຫຍ່ ໜ້າດິນ ກອງພົນທີ 5 ໄດ້ຜ່ານ ແຜນການອົບຮົມ-ຫັດແບບຍິງ ລູກປືນແທ້ ໃນນີ້, ໄດ້ຜ່ານແຜນ ການຍິງລູກປືນແທ້ ແຕ່ລະໄລຍະ ຂອງ (ປືນ 152 ມມ,130 ມມ, ແລະ ປືນ DKB )ໃຫ້ນັກຍິງໄດ້ ຮັບຮູ້ ແລະ ພ້ອມກັນຈັດຕັ້ງປະ ຕິບັດໃຫ້ໄດ້ຕາມເປົ້າໝາຍທີ່ວາງ ໄວ້ ຮັບປະກັນໃຫ້ມີຄວາມປອດ ໄພ 100%. ທັງນີ້, ເພື່ອເປັນການ ເຝິກຝົນທາງດ້ານສິລະປະຍຸດ- ຍຸດທະວິທີ ກໍາລັງເຫຼົ່າຮົບປືນໃຫຍ່ ໜ້າດິນ ມີຄວາມຊໍານິຊໍານານ ທາງດ້ານວິຊາສະເພາະຂອງຕົນ, ຜົນການອົບຮົມ-ຫັດແອບ ຕົວຈິງ ສາມາດສະເລ່ຍໄດ້ພາກ ການເມືອງ 90%, ການທະຫານ 88% ແລະ ພາກພະລາທິການ ເຕັກນິກ 85%. ສະຫາຍ ພັນໂທ ແສງຟອງ ທິບທິລາດ ໄດ້ຍ້ອງຍໍຊົມເຊີຍຕໍ່ ຜົນສໍາເລັດທີ່ ຄະນະພັກ-ຄະນະ ພັນຊາ ກົມກອງໄດ້ຊີ້ນໍາການເຝິກ ແອບຮໍ່າຮຽນໃນໄລຍະຜ່ານມາ, ຄູ-ອາຈານໄດ້ສຸມໃສ່ຕາມບົດ ຮຽນຕົວຈິງໃນການອົບຮົມ-ຫັດ ແອບໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບເຮັດໃຫ້ການຍິງລູກ ປືນແທ້ດຳເນີນໄປຕາມແຜນການ ທີ່ວາງໄວ້ ແລະ ມີຄວາມປອດໄພດີ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ກອງພັນ 611, 635 ພ້ອມພະນັກງານ-ນັກຮົບ ເພີ່ມທະວີຄວາມເອົາໃຈໃສ່ສູງ ຕໍ່ການອົບຮົມ-ຫັດແອບ ໃນຕໍ່ ໜ້າ ຍົກສູງຄວາມຮູ້, ຄວາມສາ ມາດຕໍ່ການ ນໍາພາ-ບັນຊາ, ເຝິກ ຝົນ ລະບຽບແບບແຜນໃຫ້ເຂັ້ມ ງວດ ໃນການເຝິກແອບຮໍ່າຮຽນສ້າງໄດ້ຮັບຜົນສູງໃນຕໍ່ໜ້າ ແລະ ໃຫ້ກົມກອງເປັນກົມກອງເຂັ້ມ ແຂງທາງດ້ານການທະຫານ ແລະ ທັນສະໄໝ ກຽມພ້ອມຮັບໃຊ້ໜ້າທີ່ການເມືອງທີ່ການຈັດ ຕັ້ງຂັ້ນເທິງມອບໝາຍໃຫ້ສໍາ ເລັດ. ໂດຍ: ທອງປານ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ