ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເມືອງທຸລະຄົມ ວາງແຜນຜະລິດເຂົ້ານາແຊງໃຫ້ໄດ້ 6.200 ເຮັກຕາ ຕິດພັນກັບການປູກພືດ ເປັນສິນຄ້າ
ເວລາອອກຂ່າວ: 2022-01-14 09:22:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ແຫຼ່ງຂ່າວຈາກເມືອງທຸລະ ຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທຸລະຄົມ ໄດ້ວາງເປົ້າໝາຍ ຜະລິດເຂົ້ານາແຊງໃນເນື້ອທີ່ 6.200 ເຮັກຕາ, ຄາດຄະເນຜົນຜະ ລິດ 27.900 ໂຕນ, ຜະລິດພືດ ລະດູແລ້ງ 3.216 ເຮັກຕາ, ຄາດ ຄະເນຜົນຜະລິດ 25.381 ໂຕນ. ພ້ອມທັງໄດ້ວາງເປົ້າໝາຍທີ 2 ເພື່ອຜະລິດເຂົ້າເປັນສິນຄ້າ ບໍ່ໃຫ້ຫຼຸດ 1.597 ເຮັກຕາ ຄາດຄະ ເນຜົນຜະລິດ 7.186 ໂຕນ, ເນື້ອທີ່ຜະລິດເຂົ້າເມັດພັນ 86,4 ເຮັກຕາ ຄາດຄະເນຜົນຜະລິດ 86 ໂຕນ. ພ້ອມກັນນີ້, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງທຸລະຄົມຍັງມີ ແຜນການຈັດສັນເຂດການຜະລິດ ພືດແຕ່ລະປະເພດໃນ 5 ກຸ່ມ ຂອງ 42 ບ້ານທົ່ວເມືອງ ຕິດ ພັນກັບການນໍາໃຊ້ກົນຈັກ, ເຕັກ ນິກທາງດ້ານວິທະຍາສາດ, ຊຸກ ຍູ້ການຜະລິດກະສິກໍາສະອາດ, ສີຂຽວ, ຍືນຍົງ, ເປັນມິດຕໍ່ສິ່ງ ແວດລ້ອມ ໄປພ້ອມກັບວຽກງານ ສົ່ງເສີມການລ້ຽງສັດໃຫ້ມີຫຼາຍ ປະເພດ ແລະ ກາຍເປັນສິນຄ້າ ເພື່ອ ຍູ້ແຮງການຜະລິດ, ຂະຫຍາຍ ກໍາລັງການຜະລິດໃຫ້ໄດ້ທັງລະ ດູແລ້ງ ແລະ ລະດູຝົນ ຕາມທິດ ທາງຂອງພັກ-ລັດຖະບານວາງ ໄວ້. ທັງນີ້ ກໍເພື່ອຕອບສະໜອງ ການຜະລິດສະບຽງອາຫານ ຮອງຮັບການບໍລິໂພກພາຍໃນ ແລະ ສົ່ງຂາຍເປັນສິນຄ້າໃຫ້ນັບມື້ ຫຼາຍຂຶ້ນເລື້ອຍໆ. ເມືອງທຸລະຄົມ ເປັນເມືອງໜຶ່ງ ທີ່ມີສິ່ງອໍານວຍຄວາມສະດວກ ຫຼາຍຢ່າງທາງດ້ານການຜະລິດ ກະສິກໍາ, ເປັນເມືອງອູ່ເຂົ້າ ອູ່ປາ ມາແຕ່ດົນນານ, ປະຊາຊົນຊາວ ເມືອງມີມູນເຊື້ອດຸໝັ່ນຂະຫຍັນ ພຽນເພີ່ມພູນຜະລິດຜົນ ແລະ ຍຶດ ຖືອາຊີບປູກຝັງ-ລ້ຽງສັດເປັນ ສ່ວນໃຫຍ່ຍ້ອນມີເນື້ອທີ່ດິນອຸ ດົມສົມບູນ, ມີລະບົບຊົນລະປະ ທານຫຼາຍແຫ່ງ, ມີສາຍນໍ້າງື່ມ, ສາຍນໍ້າມັງ, ນໍ້າປອດ, ນໍ້າຫາງ ທີ່ເອື້ອອໍານວຍ ສາມາດສະໜອງ ນໍ້າເຂົ້າສູ່ການຜະລິດໄດ້ຫຼາຍ ເຮັກຕາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ