ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ສະຫຼຸບວຽກງານພັກ-ວຽກງານການເມືອງ ປະຈໍາປີ 2021
ເວລາອອກຂ່າວ: 2022-01-14 09:19:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1026 | ຄວາມນິຍົມ:



ວັນທີ 12 ມັງກອນ 2022 ນີ້, ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ສະຫຼຸບວຽກ ງານພັກ-ວຽກງານການເມືອງ ປະຈຳປີ 2021 ແລະ ວາງທິດ ທາງແຜນການ ປະຈໍາປີ 2022, ໂດຍການເປັນປະທານຂອງ ສະ ຫາຍ ພັນເອກ ພູເວີນ ວົງຄຳຊາວ ເລຂາຄະນະພັກ ຫົວໜ້າການ ເມືອງໂຮງຮຽນ, ມີບັນດາພະນັກ ງານຫຼັກແຫຼ່ງທົ່ວໂຮງຮຽນເຂົ້າ ຮ່ວມ. ສະຫາຍ ພັນໂທ ກອງສ່ຽນ ເມືອງໂຄດ ຮອງຫົວໜ້າຫ້ອງ ການເມືອງ ໄດ້ສະຫຼຸບຖອດຖອນ ບົດຮຽນການຈັດຕັ້ງປະຕິບັດ ວຽກງານພັກ-ວຽກງານການ ເມືອງ ໃນໄລຍະ 1 ປີຜ່ານມາ, ບັນ ຫາສໍາຄັນໄດ້ເອົາໃຈໃສ່ເຮັດ ວຽກງານສຶກສາອົບຮົມການ ເມືອງ-ນຳພາແນວຄິດ ດ້ວຍຫຼາຍ ຮູບການ, ໂດຍໄດ້ນໍາເອົາແນວ ທາງນະໂຍບາຍຂອງພັກ-ລັດ, ມູນເຊື້ອວັນສໍາຄັນຂອງພັກ, ຂອງຊາດ, ຂອງກອງທັບ ມາຈັດ ຕັ້ງເຜີຍແຜ່ເຊື່ອມຊຶມ ເພື່ອເຮັດໃຫ້ ພະນັກງານ ສະມາຊິກພັກ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມອຸ່ນອຽນທຸ່ນທ່ຽງ ເຊື່ອ ໝັ້ນຕໍ່ການນຳພາຂອງພັກ, ມີ ຄວາມຫ້າວຫັນໃນການປະຕິ ບັດໜ້າທີ່ວິຊາສະເພາະຂອງຕົນ, ພ້ອມກັນນັ້ນ, ກໍໄດ້ເອົາໃຈໃສ່ປັບ ປຸງກໍ່ສ້າງພັກໃຫ້ໜັກແໜ້ນເຂັ້ມ ແຂງໃນທຸກດ້ານ, ເປັນເຈົ້າການ ຕ້ານສະກັດກັ້ນບັນດາປະກົດ ການຫຍໍ້ທໍ້ຕ່າງໆບໍ່ໃຫ້ເກີດຂຶ້ນ ກັບກົມກອງ, ສຸມໃສ່ຊຸກຍູ້ຂະບວນ ການສ້າງກອງປອດໃສ ປອດໄພ ປອດຄະດີ, ການສ້າງກອງວັດ ທະນະທຳ-ນັກຮົບວັດທະນະທຳ ໃຫ້ເຂັ້ມແຂງ ຕິດພັນກັບການສ້າງ ໜ່ວຍພັກ ປອດໃສ ແຂັ້ມແຂງ ໜັກ ແໜ້ນ ຢ່າງເປັນຂະບວນຟົດຟື້ນ ກວ້າງຂວາງ. ໃນທົ່ວຄະນະພັກ ໂຮງຮຽນ ສາມາດຕີລາໜ່ວຍ ພັກແຂງໄດ້ 14 ໜ່ວຍ, ກາງ 5 ໜ່ວຍ, ສະມາຊິກພັກ ແຂງໄດ້ 564 ສະຫາຍ, ກາງ 76 ສະຫາຍ ແລະ ພະນັກງານແຂງກວມເອົາ 96,77%, ສ່ວນຂົງວຽກງານ ອື່ນໆ ທີ່ກ່ຽວຂ້ອງກັບວຽກງານ ພັກ-ວຽກງານການເມືອງກໍໄດ້ ຮັບການຈັດຕັ້ງປະຕິບັດປະສົບ ຜົນສຳເລັດໃນຫຼາຍດ້ານ. ໂດຍ: ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ