ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພະແນກການເມືອງກອງພັນໃຫຍ່ 102 ອວຍພອນຄະນະການນຳຂອງຕົນ
ເວລາອອກຂ່າວ: 2022-01-14 09:15:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 750 | ຄວາມນິຍົມ:



ໃນວັນທີ 10 ມັງກອນ 2022 ນີ້, ພະແນກການເມືອງ ກອງພັນໃຫ່ຍ 102 ກອງພົນທີ 1 ໄດ້ອວຍພອນຄະນະການນຳ ກອງພັນໃຫຍ່, ນຳໂດຍສະຫາຍ ພັນໂທ ໄຊຊະນະ ໄຊຍະສຸກ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 102 ພ້ອມດ້ວຍ ຄະນະ, ເນື່ອງໃນໂອກາດປີໃໝ່ ສາກົນ 2022. ສະຫາຍ ພັນໂທ ຫົງທອງ ວິ ໄລຟອງ ຫົວໜ້າຂະແໜງຊາວ ໜຸ່ມ ໄດ້ຕາງໜ້າໃຫ້ພະແນກ ການເມືອງ ກອງພັນໃຫຍ່ 102 ກ່າວຄວາມຢ້ຽມຢາມຖາມຂ່າວ ອັນອົບອຸ່ນ ພ້ອມທັງ ຄວາມອວຍ ພອນໄຊອັນປະເສີດ ມາຍັງຄະນະ ພັກ-ຄະນະບັນຊາ ກອງພັນໃຫຍ່ 102 ເນື່ອງໃນວັນປີໃໝ່ສາກົນ ນີ້, ຂໍໃຫ້ມີສຸຂະພາບແຂງແຮງປາ ສະຈາກໂຣກໄພໄຂ້ເຈັບ, ມີຄວາມ ມັ່ງຄັ່ງ ມີຄວາມຜາສຸກໃນຊີວິດ ສ່ວນຕົວ ແລະ ຄອບຄົວ, ໜ້າທີ່ ການງານຈະເລີນກ້າວໜ້າ ສືບຕໍ່ ຊີ້ນຳ-ນຳພາກົມກອງ ໃຫ້ມີໃບ ໜ້າໃໝ່ ແລະ ກ້າວຂຶ້ນຢ່າງບໍ່ຢຸດ ຢັ້ງ. ສະຫາຍ ພັນໂທ ສົມຈັນ ກອງ ໄຊສອນ ຫົວໜ້າການເມືອງ ກອງ ພັນໃຫຍ່ 102 ໄດ້ສະແດງຄວາມ ຂອບໃຈຕໍ່ຄະນະພະແນກການ ເມືອງ ຕະຫຼອດຮອດຂະແໜງ ການທີ່ກ່ຽວຂ້ອງທີ່ໄດ້ນໍາເອົາ ກະຕ່າຂອງຂວັນ, ຄວາມອວຍ ພອນໄຊອັນປະເສີດມາອວຍ ພອນໃນຄັ້ງນີ້, ພ້ອມທັງ ເນັ້ນ ໜັກໃຫ້ທຸກພາກສ່ວນຈົ່ງເພີ່ມ ທະວີນ້ຳໃຈສາມັກຄີຮັກແພງ ຮູ້ ຈັກຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມກັນເຮັດສະເລັດໜ້າທີ່ໃນ ການປົກປັກຮັກສາ ແລະ ພັດ ທະ ນາປະເທດຊາດ ຕາມການຈັດ ຕັ້ງຂັ້ນເທິງມອບໝາຍໃຫ້ປະ ກົດຜົນເປັນຈິງ. ໂດຍ: ສົມບູນ ບົວນ້ອຍສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ