ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານເຮັດໃຫ້ ສະພາບມີຄວາມສະຫງົບ 5 ແຂວງເຂດໃຈກາງ ປະຈໍາປີ 2021
ເວລາອອກຂ່າວ: 2022-01-14 09:04:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 809 | ຄວາມນິຍົມ:



ກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດວຽກງານເຮັດໃຫ້ ສະພາບມີຄວາມສະຫງົບ 5 ແຂວງເຂດໃຈກາງ( ແຂວງວຽງ ຈັນ, ບໍລິຄໍາໄຊ, ຊຽງຂວາງ, ຫຼວງພະບາງ ແລະ ແຂວງໄຊສົມ ບູນ) ປະຈໍາປີ 2021 ແລະ ວາງທິດທາງແຜນການປະຈໍາປີ 2022 ໄດ້ຈັດຂຶ້ນໃນວັນທີ 13 ມັງກອນ 2022 ນີ້, ຢູ່ທີ່ກອງບັນ ຊາການທະຫານແຂວງໄຊສົມບູນ ໂດຍການເປັນປະທານຂອງ ສະ ຫາຍ ພົນເອກ ຈັນສະໝອນ ຈັນ ຍາລາດ ຮອງປະທານ, ຜູ້ປະຈໍາ ການຄະນະກໍາມະການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ສູນກາງ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນ ປະ ເທດ, ເຂົ້າຮ່ວມມີ ສະຫາຍ ພົນ ຕີ ຄໍາລຽງ ອຸທະໄກສອນ ເຈົ້າ ແຂວງໆ ໄຊສົມບູນ ປະທານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ, ສະຫາຍ ພົນຕີ ສີດາລໍ່ ຈົງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ບັນດາສະຫາຍຄະນະ ນໍາກອງບັນຊາການທະຫານ ແຂວງ 5 ແຂວງເຂດໃຈກາງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ, ສະຫາຍ ພົນ ຈັດຕະວາ ສອນທອງ ແກ້ວລໍຄໍາ ຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາ ທິການກອງທັບ ໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກ ງານເຮັດໃຫ້ສະພາບມີຄວາມ ສະຫງົບ 5 ແຂວງເຂດໃຈກາງ ປີ 2021 ຜ່ານມາ ໂດຍບົດສະຫຼຸບ ໄດ້ຕີລາຄາສະພາບຮອບດ້ານທີ່ ເກີດຂຶ້ນໃນປີ 2021 ແລະ ຍົກໃຫ້ ເຫັນຄວາມເອົາໃຈໃສ່ຊີ້ນໍາ-ນໍາ ພາຂອງຄະນະກໍາມະການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແຕ່ລະຂັ້ນ, ກໍາລັງ ປກຊ-ປກສ ແຕ່ລະແຂວງໄດ້ເປັນເຈົ້າການ ເຄື່ອນໄຫວຈັດຕັ້ງປະຕິບັດໜ້າ ທີ່ຢ່າງມີຈຸດສຸມ ແລະ ໄດ້ຕັ້ງໜ້າ ສຸມໃສ່ຕ້ານ, ສະກັດກັ້ນ ແລະ ແກ້ໄຂໜໍ່ແໜງທີ່ພາໃຫ້ເກີດມີສະພາບຄວາມບໍ່ສະຫງົບຢ່າງທັນເວລາ ສົມທົບກັບການຫັນເອົາກໍາລັງລົງ ກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນ ກັບການພັດທະນາເສດຖະກິດ ຂອງແຕ່ລະກົມກອງຢ່າງຕັ້ງໜ້າ ຄຽງຄູ່ກັບຄວາມເປັນເຈົ້າການ ປ້ອງກັນ, ຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຕາມທິດຊີ້ນໍາຂອງຂັ້ນ ເທິງຢ່າງເຂັ້ມງວດ ເຮັດໃຫ້ສະ ພາບໂດຍລວມຢູ່ເຂດໃຈກາງມີຄວາມສະຫງົບໂດຍພື້ນຖານ. ນອກນີ້ ໄດ້ເປັນເຈົ້າການນໍາເອົາແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງ, ກົດໝາຍຂອງລັດ ຫັນເປັນແຜນການອັນລະອຽດ ລົງໂຄສະນາເຜີຍແຜ່ໃຫ້ອໍານາດ ການປົກຄອງ ແລະ ປະຊາຊົນໄດ້ ຮັບຮູ້ເຊື່ອມຊຶມ ໂດຍສະເພາະ ແມ່ນແນວທາງປ້ອງຊາດ-ປ້ອງ ກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານທີ່ພັກວາງອອກ ເຮັດ ໃຫ້ເຂົາເຈົ້າມີຄວາມສາມັກຄີ ປອງດອງ, ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ພັດທະນາທ້ອງຖິ່ນ ແລະ ຊີວິດ ການເປັນຢູ່ດີຂຶ້ນ, ໄດ້ເອົາໃຈໃສ່ ສຶກສາອົບຮົມປະຊາຊົນໃຫ້ຂຶ້ນສໍາມະໂມຄົວຢ່າງຖືກຕ້ອງ, ເພີ່ມ ທະວີຄວາມຮັບຜິດຊອບຄຸ້ມຄອງ ປະຊາຊົນທີ່ຍ້າຍຖິ່ນຖານແບບ ຊະຊາຍໃຫ້ເຂົ້າສູ່ລະບົບການຄຸ້ມ ຄອງດ້ວຍກົດໝາຍ, ປັບປຸງອົງ ການປົກຄອງທ້ອງຖິ່ນ-ກອງ ຫຼອນ ໃຫ້ເຂັ້ມແຂງໜັກແໜ້ນ ສາມາດນໍາພາປະຊາຊົນພັດທະ ນາ ທ້ອງຖິ່ນຂອງຕົນໃຫ້ຈະເລີນ ກ້າວໜ້າ ແລະ ມີຄວາມສະຫງົບ. ໃນກອງປະຊຸມ, ບັນດາຜູ້ ເຂົ້າຮ່ວມໄດ້ພ້ອມກັນປະກອບ ຄວາມຄິດເຫັນ, ປຶກສາຫາລືບັນ ຫາຕ່າງໆທີ່ເກີດຂຶ້ນໃນໄລຍະ ຜ່ານ ມາຢູ່ບັນດາແຂວງ, ຍົກໃຫ້ ເຫັນສະພາບການລວມ, ຜົນງານ ແລະ ຂໍ້ຫຍຸ້ງຍາກຕ່າງໆ ໂດຍສະ ເພາະບັນຫາທີ່ຍັງຄົງຄ້າງ ເພື່ອ ສືບຕໍ່ປັບປຸງແກ້ໄຂໃຫ້ດີຂຶ້ນ. ໂອກາດດັ່ງກ່າວ, ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດ ຊີ້ນໍາຫຼາຍບັນຫາທີ່ສໍາຕໍ່ຄະນະ ພັກ-ຄະນະບັນຊາບັນດາກົມກອງ ໃຫ້ເພີ່ມທະວີຄວາມເປັນເຈົ້າການ ນໍາພາ-ຊີ້ນໍາຕໍ່ຂົງເຂດວຽກງານ ດັ່ງກ່າວໃຫ້ແຂງແຮງ, ມີຈຸດສຸມ ຕາມທິດຊີ້ນໍາຂອງຂັ້ນເທິງ, ເອົາ ໃຈໃສ່ຊີ້ນໍາກໍາລັງກໍ່ສ້າງຮາກ ຖານການເມືອງ ໃຫ້ເຄື່ອນໄຫວ ຕາມພາລະບົດບາດຂອງຕົນຢ່າງ ແຂງແຮງກວ່າເກົ່າ, ກໍາແໜ້ນ, ຕິດຕາມກວດກາ, ສຶກສາອົບຮົມ ເປົ້າໝາຍ ແລະ ມີມາດຕະການຕໍ່ ຜູ້ກະທໍາຜິດຢ່າງເດັດຂາດ, ພະນັກ ງານແຕ່ລະຂັ້ນຕ້ອງເຊື່ອມຊຶມກໍາ ແໜ້ນໜ້າທີ່ການເມືອງຕົນ, ມີ ຄວາມເປັນເອກະພາບກັບແຜນ ການພ້ອມທັງຫັນເອົາແຜນການ ດັ່ງກ່າວມາຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງ, ມີຄວາມ ຕັດສິນໃຈສູງກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບຕໍ່ຜົນໄດ້ຜົນ ເສຍ. ການກໍ່ສ້າງຮາກຖານການ ເມືອງ-ພັດທະນາຊົນນະບົດຮອບ ດ້ານຕິດພັນກັບວຽກງານ 3 ສ້າງ ຢູ່ 5 ແຂວງເຂດໃຈກາງໂດຍສະ ເພາະຢູ່ແຂວງໄຊສົມບູນ ແລະ ແຂວງຊຽງຂວາງ ຕ້ອງແກ້ໄຂ ສະພາບຄວາມບໍ່ສະຫງົບໃຫ້ຂາດ ຕົວ, ສ້າງໃຫ້ເປັນກໍາລັງຫຼັກແຫຼ່ງ ທີ່ເຂັ້ມແຂງ, ຖືເອົາການສຶກສາ ອົບຮົມການເມືອງ-ນໍາພາແນວ ຄິດເປັນກົກ, ເອົາການພັດທະນາ ເສດຖະກິດ-ສັງຄົມເປັນໃຈກາງ, ແຕ່ລະແຂວງຕ້ອງກໍານົດລະ ອຽດຈະແຈ້ງບັນດາວຽກງານຈຸດ ສຸມທີ່ຕ້ອງໄດ້ປະຕິບັດໃນແຕ່ລະ ໄລຍະໂດຍສະເພາະບັນຫາຄົງ ຄ້າງເຮັດບໍ່ທັນສໍາເລັດ, ມີການ ປະສານສົມທົບຢ່າງກົມກຽວລະຫວ່າງຂະແໜງການຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນການປະຕິບັດແຜນການໃຫ້ມີຄຸນນະພາບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ