ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວິທະຍາຄານ ກົມມະດຳ ມອບເງິນອຸດໜູນ ໃຫ້ແກ່ຄອບຄົວຜູ້ທີ່ເສຍຊີວິດ
ເວລາອອກຂ່າວ: 2022-01-13 08:55:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 603 | ຄວາມນິຍົມ:



ວັນທີ 11 ມັງກອນ 2022 ນີ້, ວິທະຍາຄານ ກົມມະດໍາ ໄດ້ ຈັດຕັ້ງພິທີມອບເງິນອຸດໜູນໃຫ້ ແກ່ຄອບຄົວພະນັກງານ-ນັກຮົບ ຜູ້ທີ່ເສຍຊີວິດໂດຍເປັນກຽດເຂົ້າ ຮ່ວມຂອງ ສະຫາຍ ພັນໂທ ບຸນ ໂຮມ ມີ່ງນະຄອນ ຮອງຫົວໜ້າ ຫ້ອງການເມືອງ ວິທະຍາຄານ ກົມມະດຳ, ມີພະນັກງານວິຊາ ການທີ່ກ່ຽວຂ້ອງ ແລະ ຄອບຄົວ ຜູ້ເສຍຊີວິດເຂົ້າຮ່ວມ. ສະຫາຍ ພັນໂທ ບຸນສີ ວົງນະ ຄອນ ຫົວໜ້າພະແນກປະກັນສັງ ຄົມ ວິທະຍາຄານ ກົມມະດຳ ໄດ້ ໃຫ້ຮູ້ວ່າ: ອີງຕາມຄຳສັ່ງແນະ ນຳຂອງກະຊວງປ້ອງກັນປະ ເທດ ສະບັບເລກທີ 675/ກປທ, ລົງວັນທີ 28 ກຸມພາ 2019 ກ່ຽວ ກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ການປະກັນສັງຄົມ, ດັ່ງ ນັ້ນ, ວິທະຍາຄານ ກົມມະດໍາ ຈຶ່ງ ໄດ້ຕົກລົງອະນຸມັດມອບເງິນອຸດ ໜູນເສຍຊີວິດໃຫ້ກັບຜູ້ປະກັນຕົນ ແລະ ຄອບຄົວ ຕາມເງື່ອນໄຂຂອງ ປະກັນສັງຄົມ ໃນນີ້, ໄດ້ມອບເງິນ ອຸດໜູນເສຍຊີວິດຈາກກອງ ທຶນປະກັນສັງຄົມກອງທັບ ໃຫ້ ຄອບຄົວຜູ້ເສຍຊີວິດ ຈຳນວນ 5 ຄອບຄົວ, ລວມເງິນທັງໝົດ 198.780.358 ກີບ. ໃນການມອບເງິນຄັ້ງນີ້ເພື່ອ ເປັນການປະຕິບັດນະໂຍບາຍ ຂອງພັກ-ລັດຂັ້ນເທິງຕໍ່ກັບຄອບ ຄົວພະນັກງານຜູ້ເສຍຊີວິດທີ່ ໄດ້ປະກອບເຮັດວຽກງານ ແລະ ສຸມທຸກສະຕິປັນຍາເຂົ້າໃນການ ປະຕິບັດໜ້າທີ່ວຽກງານພາຍ ໃນກົມກອງຕະຫຼອດໄລຍະຜ່ານ ມາ. ໂດຍ: ລຸນທອງ ສີບຸນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ