ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຜີຍແຜ່ກົດໝາຍ ວ່າດ້ວຍ ຢາເສບຕິດໃຫ້ ໜ່ວຍຊາວໜຸ່ມ-ແມ່ຍິງ ທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2022-01-13 08:54:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 886 | ຄວາມນິຍົມ:



ໃນວັນທີ 11 ມັງກອນ 2022 ນີ້, ພະແນກກົດໝາຍ ທະ ຫານແຂວງຫຼວງພະບາງໄດ້ຈັດ ຕັ້ງເຜີຍແຜ່ເຊື່ອມຊຶມກົດໝາຍ ວ່າດ້ວຍ ຢາເສບຕິດໃຫ້ໜ່ວຍ ຊາວໜຸ່ມ-ແມ່ຍິງ ຫ້ອງການ ກອງບັນຊາການທະຫານແຂວງ ຫຼວງພະບາງ,ໂດຍການເປັນ ປະທານ ແລະ ເຜີຍແຜ່ຂອງ ສະ ຫາຍ ຮ້ອຍເອກ ພອນສະຫວັດ ໄຊຍະວົງ ຮອງຫົວໜ້າພະແນກ ກົດໝາຍ ກອງບັນຊາການທະ ຫານແຂວງ, ມີຄະນະໜ່ວຍຊາວ ໜຸ່ມ, ໜ່ວຍສະຫະພັນແມ່ຍິງ ແລະ ສະມາຊິກທັງສອງອົງການ ຈັດຕັ້ງມະຫາຊົນພາຍໃນກົມ ກອງເຂົ້າຮ່ວມຮັບຟັງ. ກົດໝາຍທີ່ໄດ້ນໍາມາເຜີຍແຜ່ ເຊື່ອມຊຶມໃນຄັ້ງນີ້, ມີກົດໝາຍ ສະບັບເລກທີ 10 ຂອງສະພາ ແຫ່ງຊາດ, ລົງວັນທີ 25 ທັນວາ 2007 ວ່າດ້ວຍຢາເສບຕິດ, ປະ ກອບມີ 9 ພາກ, 14 ໝວດ ແລະ 80 ມາດຕາ, ເຊິ່ງໄດ້ນໍາເອົາ ບາງພາກ, ບາງໝວດ ແລະ ບາງ ມາດຕາມາຈັດຕັ້ງເຜີຍແຜ່ເຊື່ອມ ຊຶມ ໂດຍສະເພາະແມ່ນພາກ ບັນຍັດທົ່ວໄປໂດຍເນັ້ນໃຫ້ເຫັນ ເຖິງຈຸດປະສົງກົດໝາຍ ວ່າດ້ວຍ ຢາເສບຕິດ, ໃນການກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄວບ ຄຸມ, ການຕ້ານ ແລະ ສະກັດກັ້ນ ຢາເສບຕິດ, ແນໃສ່ເຮັດໃຫ້ສັງ ຄົມລາວປອດຈາກຢາເສບຕິດ ເກືອດຫ້າມ, ປະຊາຊົນລາວບັນ ດາເຜົ່າມີສຸຂະພາບແຂງແຮງ ແລະ ສາມາດປະກອບສ່ວນເປັນ ກໍາລັງແຮງສັງລວມເຂົ້າໃນພາ ລະກິດປົກປັກຮັກສາ ແລະ ພັດທະ ນາປະເທດຊາດ. ຍົກໃຫ້ເຫັນ ເຖິງປະເພດ, ຜົນຮ້າຍຂອງຢາ ເສບຕິດ ແລະ ບັນດາຂໍ້ຫ້າມກ່ຽວ ກັບຢາເສບຕິດ, ໂດຍສະເພາະ ແມ່ນໝວດທີ 8 ກ່ຽວກັບຜູ້ກະ ທໍາຜິດ, ເຊິ່ງນອນໃນມາດຕາ 314 ໃນການຜະລິດ, ການຄ້າ- ຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ໃນ ຄອບຄອງ, ການນໍາເຂົ້າ ຫຼື ສົ່ງ ອອກ. ນອກນີ້, ຍັງໄດ້ຜ່ານແຈ້ງ ການເລກທີ 32 ຂອງພະແນກ ຊາວໜຸ່ມ, ຫ້ອງການເມືອງ ທະ ຫານແຂວງ ວ່າດ້ວຍ 6 ຂໍ້ຫ້າມ ຄະນະໜ່ວຍຊາວໜຸ່ມ ແລະ ສະ ມາຊິກຊາວໜຸ່ມກ່ຽວກັບຢາເສບ ຕິດ. ໂອກາດນີ້, ສະມາຊິກຊາວ ໜຸ່ມ-ແມ່ຍິງ ພາຍໃນກອງປະ ຊຸມ ຍັງໄດ້ຕັ້ງຄໍາຖາມເພື່ອສົນ ທະນາແລກປ່ຽນບົດຮຽນຕື່ມ ອີກ. ໂດຍ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ