ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງຫຼວງພະບາງ ເປີດອົບຮົມ ການທະຫານຂັ້ນພື້ນຖານ ຊຸດທີ I
ເວລາອອກຂ່າວ: 2022-01-13 08:53:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 919 | ຄວາມນິຍົມ:



ວັນທີ 10 ມັງກອນ 2022, ກອງບັນຊາການທະຫານແຂວງ ຫຼວງພະບາງ ໄດ້ເປີດອົບຮົມ ການທະຫານຂັ້ນພື້ນຖານລະ ບົບ 6 ເດືອນ ຊຸດທີ I, ຢູ່ທີ່ສະໂມ ສອນຂອງໂຮງຮຽນການທະ ຫານທ້ອງຖິ່ນແຂວງຫຼວງພະ ບາງ, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ສີວິໄຊ ເພັງສັນ ຕິສຸກ ຫົວໜ້າການເມືອງ ກອງ ບັນຊາການທະຫານແຂວງຫຼວງ ພະບາງ, ມີສະຫາຍ ພັນໂທ ຄໍາ ສອນ ໂພທິວັນ ຮອງຫົວໜ້າການ ທະຫານ, ຫົວໜ້າຫ້ອງເສນາ ທິການ ທະຫານແຂວງ, ມີຄະນະ ພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະແນກການກຽວຂ້ອງ, ຄະນະອໍານວຍການໂຮງຮຽນ, ພະນັກງານຄູ-ອາຈານ ແລະ ນັກ ສໍາມະນາກອນເຂົ້າຮ່ວມ. ສະຫາຍ ພັນໂທ ຊຽງຕີ ສະ ວະບຸດ ຮອງຫົວໜ້າຫ້ອງເສນາ ທິການ ທະຫານແຂວງ ລາຍງານ ໃຫ້ຮູ້ວ່າ: ຕາມແຜນການອົບ ຮົມພາກລະບຽບ-ກີລາຈະໄດ້ ອົບຮົມລະບຽບລວມຂອງກອງ ທັບ, ກີລາການທະຫານ. ພາກ ການເມືອງ ແລະ ພະລາທິການ ຈະໄດ້ອົບຮົມການເມືອງ, ພະລາ ທິການກອງທັບ. ພາກຄວາມ ຮູ້ພື້ນຖານດ້ານການທະຫານ ຈະ ໄດ້ອົບຮົມວຽກງານເສນາທິ ການ, ພື້ນຖານບັນດາເຫຼົ່າຮົບຮັບ ປະກັນ, ສິລະປະຍຸດ ແລະ ຍຸດທະ ວິທີ ການທະຫານ ແລະ ຫັດແອບ ສັງລວມທ້າຍປີ. ສະຫາຍ ພັນເອກ ສີວິໄຊ ເພັງສັນຕິສຸກ ໄດ້ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາ, ພະນັກ ງານຄູ-ອາຈານ ສືບຕໍ່ສຶກສາອົບ ຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ ທີ່ຮ່ວມເຝິກອົບ ຮົມດ້ວຍຫຼາຍຮູບແບບ ແລະ ຕໍ່ ເນື່ອງ, ຍົກສູງບົດບາດການສິດສອນໃຫ້ມີຄຸນນະພາບສູງ, ສໍາ ລັບນັກສໍາມະນາກອນຕ້ອງເພີ່ມ ທະວີເຝິກຝົນຫຼໍ່ຫຼອມຕົນເອງ ຢ່າງຮອບດ້ານ, ຍົກສູງສະຕິເຄົາ ລົບຂໍ້ກໍານົດ ກົດລະບຽບ, 7 ລະ ບອບ 18 ວຽກຂອງກອງທັບໃຫ້ ເຂັ້ມງວດ. ພ້ອມກັນນີ້, ຕ້ອງໄດ້ຮັດແໜ້ນຄວາມສາມັກຄີເປັນປຶກ ແຜ່ນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແນໃສ່ເຮັດໃຫ້ການອົບຮົມ ຊຸດນີ້ບັນລຸຕາມແຜນການທີ່ກໍານົດໄວ້. ໂດຍ : ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ