ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງເຊກອງ ເປີດບັ້ນອົບຮົມ ວຽກງານພະລາທິການ ຊຸດທີ VII
ເວລາອອກຂ່າວ: 2022-01-13 08:44:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 543 | ຄວາມນິຍົມ:



ໃນວັນທີ 10 ມັງກອນ 2022 ນີ້, ກອງບັນຊາການທະຫານ ແຂວງເຊກອງ ໄດ້ເປີດບັ້ນອົບ ຮົມວຽກງານພະລາທິການຊຸດ ທີ VII ປະຈຳປີ 2021, ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມທອງ ດອນກັນ ນ້ອຍ ຫົວໜ້າການເມືອງກອງ ບັນຊາການທະຫານແຂວງເຊ ກອງ, ມີ ສະຫາຍ ພັນເອກ ແສງ ຄຳ ບຸນຕຽງຄຳ ຫົວໜ້າຫ້ອງພະ ລາທິການ, ພ້ອມດ້ວຍພະແນກ ການກ່ຽວຂ້ອງ, ແຂກຖືກເຊີນ, ພະນັກງານຄູ-ອາຈານ, ສຳມະ ນາກອນມາຈາກອົງການ 5 ຫ້ອງ, ທະຫານເມືອງ ແລະ ກົມ ກອງຂຶ້ນກັບເຂົ້າຮ່ວມ. ສະຫາຍ ພັນໂທ ໄຊມະນີ ແກ້ວ ກົງທະນີ ຫົວໜ້າພະແນກແຜນ ການຫ້ອງພະລາທິການໄດ້ຂຶ້ນ ຜ່ານແຜນການອົບຮົມວຽກງານ ພະລາທິການປະຈຳປີ 2021 ທົ່ວ ກອງບັນຊາການທະຫານແຂວງເຊກອງ, ບັ້ນອົບຮົມຄັ້ງນີ້ມີນັກສຳ ມະນາກອນເຂົ້າຮ່ວມທັງໝົດ 100 ກວ່າສະຫາຍ, ໂດຍຈະໄດ້ ສຸມໃສ່ອົບຮົມ 5 ວຽກງານໃຫຍ່ ຄື: ວຽກງານເສນາ-ພະລາສໍາມະ ນາກອນ ຈະໄດ້ສຸມໃສ່ຄົ້ນຄວ້າ ເຊື່ອມຊຶມເນື້ອໃນເອກະສານບັນ ດາຂໍ້ກຳນົດລວມ, ຄຳສັ່ງແນະ ນຳວຽກງານພະລາທິການ, ເອ ກະສານ ບັນຊາພະລາທິການ ໃນເວລາເຄື່ອນທັບ, ວຽກງານ ບັນຊາພະລາທິການໃນເວລາ ສູ້ຮົບ, ດ້ານວຽກງານອຸປະ ໂພກ-ບໍລິໂພກຈະໄດ້ພ້ອມກັນຄົ້ນ ຄວ້າເຊື່ອມຊຶມເນື້ອໃນເອກະສານ ວຽກງານ ຮັບປະກັນອຸປະໂພກໃນ ຍາມປົກກະຕິ, ການສໍາລະຂາດ ຕົວເຄື່ອງອຸປະໂພກ-ບໍລິໂພກ, ການຮັບປະກັນອຸປະໂພກ-ບໍລິ ໂພກ ໃຫ້ແກ່ການສູ້ຮົບຈັ້ງທ່າຢູ່ ຂອບເຂດ, ດ້ານວຽງານຂົນສົ່ງ ຈະໄດ້ຄົ້ນຄວ້າເຊື່ອມຊຶມເນື້ອ ໃນເອກະສານຈັດຕັ້ງຂົນສົ່ງໃນ ແຕ່ລະພາວະກຽມພ້ອມສູ້ຮົບ, ວຽກງານບັນຊາຂົນສົ່ງໃນເວລາ ສູ້ຮົບ, ສ່ວນວຽກງານນໍ້າມັນເຊື້ອ ໄຟ ຈະໄດ້ຄົ້ນຄວ້າເຊື່ອມຊຶມເນື້ອ ໃນເອກະສານຂໍ້ກຳນົດອັດຕາ ການລະເຫີຍອາຍນ້ຳມັນເຊື້ອໄຟ, ເອກະສານກ່ຽວກັບພື້ນຖານ ໃນ ການຮັບປະກັນນ້ຳມັນເຊື້ອໄຟ ແລະ ວຽກງານຜະລິດກະສິກຳ ນັກສໍາມະນາກອນຈະໄດ້ສຸມໃສ່ ຄົ້ນຄວ້າເຊື່ອມຊຶມເນື້ອໃນເອ ກະສານ ວ່າດ້ວຍການບົວລະບັດ ຮັກສາຜົນລະປູກ, ເຕັກນິກການ ລ້ຽງໄກ່ລາດ, ເຕັກນິກການລ້ຽງ ໝູ, ເຕັກນິກການລ້ຽງປາ ແລະ ເອກະສານ ອື່ນໆອີກຈຳນວນໜຶ່ງ. ບັ້ນອົບຮົມຈະໄດ້ດໍາເນີນໄປເປັນ ເວລາ 5 ວັນຈຶ່ງຈະໄດ້ສຳເລັດ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ສົມທອງ ດອນກັນນ້ອຍ ໄດ້ ມີຄໍາເຫັນໂອ້ລົມໂດຍໄດ້ຮຽກ ຮ້ອງໃຫ້ຄະນະຮັບຜິດຊອບ, ຕະ ຫຼອດຮອດພະນັກງານ ຄູ-ອາ ຈານ ແລະ ນັກສໍາມະນາກອນແຕ່ລະ ສະຫາຍ ຈົ່ງຍົກສູງຄວາມຮັບຜິດ ຊອບຂອງຕົນຕໍ່ບັ້ນອົບຮົມຄັ້ງນີ້, ເອົາໃຈໃສ່ປະຕິບັດແຜນການ ອົບຮົມ, ການຮຽນ-ການສອນ, ການຄຸ້ມຄອງຈໍານວນພົນໃຫ້ເຂັ້ມ ງວດ, ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ ຢ່າງເປັນເຈົ້າການ, ເພື່ອເຮັດ ໃຫ້ບັ້ນ ອົບຮົມຄັ້ງນີ້ຮັບປະກັນທາງດ້ານ ປະລິມານ ແລະ ຄຸນນະພາບສູງ. ໂດຍ: ທອງມີ ຈັນທະວີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ